ຂ່າວສານ

ງານບຸນບໍລິຈາກເລືອດຍາມລະດູບານໃໝ່ປີ 2018

ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດອາສາສະໝັກ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນໃນລະຫວ່າງວັນທີ 03 – 11 ມີນາ 2018 ໄດ້ຮັບເລືອດບໍລິຈາກກວ່າ 10.200 ຖົງ

ງານບຸນບໍລິຈາກເລືອດ ລະດູບານໃໝ່ 2018
 

ວັນທີ 11 ມີນາ, ງານບຸນບໍລິຈາກເລືອດ ລະດູບານໃໝ່ 2018 ຄັ້ງທີ 11 ດ້ວຍສານທີ່ວ່າ “ບໍລິຈາກເລືອດ - ກູ້ເອົາຊີວິດ” ໂດຍສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ, ສະມາຄົມຊາວໜຸ່ມໄດ້ຂົນຂວາຍການ ບໍລິຈາກເລືອດຮ່າໂນ້ຍ,ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດອາສາສະໝັກ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນໃນລະຫວ່າງວັນທີ 03 – 11 ມີນາ 2018 ໄດ້ຮັບເລືອດບໍລິຈາກກວ່າ 10.200 ຖົງ (ຕາມການຄາດ ຄະເນເບື້ອງຕົ້ນແມ່ນ 8.000 ຖົງ). ສະເພາະໃນ 03 ວັນ (9 – 11 ມີນາ)  ທີ່ການເຄື່ອນໄຫວດັ່ງກ່າວ ຈັດຂຶ້ນຢູ່ ສະຖາບັນໂລຫິດສາດ - ສົ່ງເລືອດສູນກາງໄດ້ຮັບເລືອດບໍລິຈາກກວ່າ 7.000 ຖົງ.

        ງານບຸນບໍລິຈາກເລືອດລະດູບານໃໝ່ ແມ່ນເຫດການບໍລິຈາກເລືອດໃຫຍ່ທີ່ສຸດຂອງປີ ໂດຍສະຖາ ບັນໂລຫິດສາດ - ສົ່ງເລືອດສູນກາງ ເປັນອົງການລິເລີ່ມ ແຕ່ປີ 2008 ແລະ ຄະນະຊີ້ນຳແຫ່ງຊາດ ຂົນຂວາຍການບໍລິຈາກເລືອດອາສາສະໝັກໄດ້ ຊີ້ນຳ ແລະ ເປີດກວ້າງໃນທົ່ວປະເທດນັບແຕ່ປີ 2010. ຜ່ານ 11 ຄັ້ງໃນການຈັດຕັ້ງງານດັ່ງກ່າວ, ງານບຸນບໍລິຈາກເລືອດລະດູບານໃໝ່ ຢູ່ຮ່າໂນ້ຍ ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 200.000 ຄົນ ແລະ ໄດ້ຮັບເລືອດບໍລິຈາກ ກວ່າ 70.500 ຖົງ.

(ແຫຼ່ງຄັດຈາກ VOV)



top