ຂ່າວສານ

ງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022 ຈະໄດ້ຈັດຂຶ້ນແຕ່ວັນທີ 11 ມິຖຸນາ - 15 ສິງຫາ

ງານບຸນປີນີ້ມີ 3 ຫົວຂໍ້ໃຫຍ່ເຊິ່ງລວມມີ: ເພີດເພີນກັບງານບຸນ ແລະ ດົນຕີ ດ່ານັ້ງ - Enjoy Da Nang Festival & Music; ເພີດເພີນກັບທະເລ ດ່ານັ້ງ - Enjoy Da Nang Beach; ຊິມອາຫານ ດ່ານັ້ງ - Enjoy Da Nang Delicacy.
  ການກະແຫລງຂ່າວເພື່ອຊີ້ແຈ້ງກ່ຽວກັບເຫດການຕ່າງໆນອນໃນງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022  

 ຕອນບ່າຍວັນທີ 6 ມິຖຸນາ, ພະແນກການທ່ອງທ່ຽວແຂວງ ດ່ານັ້ງ ໄດ້ຈັດຕັ້ງການກະແຫລງຂ່າວເພື່ອຊີ້ແຈ້ງກ່ຽວກັບເຫດການຕ່າງໆນອນໃນງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022 – Enjoy Danang Summer Festival 2022. ງານບຸນຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 11 ມິຖຸນາ - 15 ສິງຫາ ດ້ວຍງານບຸນ ແລະ ເຫດການຕ່າງໆເຊິ່ງມີຂອບຂະໜາດໃຫຍ່, ພິເສດແມ່ນເຫດການທີ່ມີຫົວຂໍ້ວ່າ: “Take me to the Sun”. ງານບຸນປີນີ້ມີ 3 ຫົວຂໍ້ໃຫຍ່ເຊິ່ງລວມມີ: ເພີດເພີນກັບງານບຸນ ແລະ ດົນຕີ ດ່ານັ້ງ - Enjoy Da Nang Festival & Music; ເພີດເພີນກັບທະເລ ດ່ານັ້ງ - Enjoy Da Nang Beach; ຊິມອາຫານ ດ່ານັ້ງ - Enjoy Da Nang Delicacy. ເມື່ອມາຢ້ຽມຊົມນະຄອນ ດ່ານັ້ງ ໃນຊ່ວງຈັດງານບຸນນີ້, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມ, ເຂົ້າຮ່ວມບັນດາລາຍການສະແດງສິລະປະລະດັບສາກົນ, ງານບຸນໃຫຍ່, ບັນດາລາຍການດົນຕີ ພ້ອບກັບລາຍການແນະນຳອາຫານການກິນ, ການສະແດງສິລະປະທີ່ເປັນເອກະລັກສະເພາະ… ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ: ບັນດາລາຍການນອນໃນຂອບເຂດງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022 ຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວຂອງນະຄອນຟຶ້ນຟູ, ເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ; ພ້ອມທັງຢັ້ງຢືນການທ່ອງທ່ຽວ ດ່ານັ້ງ ພວມໄດ້ຮັບການຍົກລະດັບ, ບຸກທະລຸເທື່ອລະກ້າວ ເມື່ອມີການຮ່ວມມື, ຮ່ວມແຮງຮ່ວມໃຈຂອງບັນດາວິສາຫະກິດ.


top