ຂ່າວສານ

ງານບຸນດອກບານ ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ (ໄຕບັ໊ກ)

ຕອນຄ່ຳວັນທີ 16 ມີນາ, ຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ ໄດ້ດຳເນີນພິທີໄຂງານບຸນດອກບານ (ດອກສ້ຽວປ່າ) ປີ 2019.

(ງານບຸນດອກບານ ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອ (ໄຕບັ໊ກ)

ໂດຍຜ່ານການຈັດຕັ້ງມາເປັນ 5 ຄັ້ງແລ້ວ (ນັບແຕ່ປີ 2014 - 2018), ມາຮອດປະຈຸບັນ, ງານບຸນດອກສ້ຽວປ່າ ໄດ້ກາຍເປັນເຄື່ອງໝາຍດ້ານການທ່ອງທ່ຽວຂອງແຂວງດ້ຽນບຽນ. ງານບຸນຖືກຈັດຕັ້ງແມ່ນເພື່ອແນໃສ່ກໍ່ສ້າງ ແລະ ໂຄສະນາ, ແນະນຳຮູບພາບດອກສ້ຽວປ່າ ທີ່ຕິດພັນກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນແດນ ດ້ຽນບຽນ ເພື່ອຊຸກຍູ້ການພັດທະນາດ້ານການທ່ອງທ່ຽວ, ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ. ທ່ານ ເລວັນກຸ໊ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ຫົວໜ້າຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ.

        “ງານບຸນດອກສ້ຽວປ່າປີນີ້, ພວກເຮົາໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່. ຍ້ອນວ່າ, ງານບຸນປີນີ້ແມ່ນນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, 110 ປີແຫ່ງວັນສ້າງຕັ້ງແຂວງ, 70 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ. ສະນັ້ນ, ບັນດາເນື້ອໃນຂອງງານບຸນລ້ວນແຕ່ຕິດພັບກັບເນື້ອໃນເພື່ອໂຄສະນາສຶກສາມູນເຊື້ອປະຫວັດສາດ, ເຕື້ອງເຖິງບັນດາວິລະກຳທີ່ສະຫງ່າອົງອາດຂອງຊາດ ເພື່ອສຶກສານ້ຳໃຈຮັກຊາດໃຫ້ແກ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ”.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 15 ມີນາ, ນະຄອນເຊີນລາ ກໍ່ໄດ້ໄຂງານບຸນ “ລະດູດອກສ້ຽວປ່າ” ປີ 2019. ງານບຸນນີ້ຖືກດຳເນີນໃນລະຫວ່າງວັນທີ 15 – 17 ມີນາ, ດ້ວຍການເຄື່ອນໄຫວຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)


top