ຂ່າວສານ

ງານບຸນຍິງບັ້ງໄຟດອກນາໆຊາດດ່າໜັງ ປີ 2018

      ໃນຄ່ຳຄືນທີ 2 ຂອງການແຂ່ງຂັນຍິງບັ້ງໄຟດອກ ໃນງານບຸນຍິງປັ້ງໄຟດອກນາໆຊາດດ່າໜັງ ປີ2018 – DIFF 2018 ດ້ວຍຫົວຂໍ້ “ ຂົວແຫ່ງການຕໍ່ເວລາ ” ພ້ອມກັບການສະແດງຂອງສອງທີມອາເມລິກາ ແລະ ຝະລັ່ງ, ໄດ້ດຳເນີນຢູ່ແຄມແມ່ນ້ຳຮ່ານໃນຕອນຄ່ຳວັນທີ 26 ພຶດສະພາ.

ງານບຸນຍິງປັ້ງໄຟດອກນາໆຊາດດ່າໜັງ ປີ 2018 (ພາບ: TTXVN)
      ເປີດສາກການແຂ່ງຂັນຍິງບັ້ງໄຟດອກ, ທີມ Feerie, ຕາງໜ້າໃຫ້ປະເທດຝະລັ່ງປຽບເໝືອນດັ່ງໄດ້ນຳເອົາຜູ້ຊົມຂີ່ເຮືອ ເພື່ອໄປຮອດປະເທດຝະລັ່ງ ແລະ ອ້ອມຮອບໂລກ. ຄູ່ແຂ່ງຂອງທີມ Feerie ແມ່ນທີມ Atlas Pyro Vision ມາຈາກອາເມລິກາ ໄດ້ຍິງບັ້ງໄຟດອກຂຶ້ນສູ່ທ້ອງຟ້າດ່າໜັງ ດ້ວຍບັນດາຮູບພາບຂົວ ເປີດຊ່ອງທາງໃຫ້ບັນດາຄວາມໄຝ່ຝັນ, ຄວາມມຸ່ງມາດປາດຖະໜາອັນດີງາມຂອງທຸກຊົນຊາດ ອາດຈະຊອກເຫັນກັນ ແລະ ສ້າງກຳລັງແຮງສະໜິດຕິດພັນ. ນີ້ແມ່ນສານທີ່ເຕັມໄປດ້ວຍວັດທະນະທຳມະນຸດ ເຊິ່ງທີມອາເມລິກາ ຢາກນຳມາໃຫ້ ງານບຸນຍິງບັ້ງໄຟດອກນາໆຊາດດ່າໜັງ ປີ2018.
        ທ່ານເຈິ່ນແມ້ງເຕິນ, ນັກທ່ອງທ່ຽວຢູ່ແຂວງນາມດິ້ງ, ໄດ້ແບ່ງປັນຄວາມຮູ້ສຶກ ເມື່ອໄດ້ມາຊົມງານແຂ່ງຂັນຍິງບັ້ງໄຟດອກໃນຄ່ຳຄືນທີ 2 ຂອງການແຂ່ງຂັນ ງານບຸນຍິງບັ້ງໄຟດອກນາໆຊາດດ່າໜັງ ປີ2018 ທ່ານກ່າວວ່າ:
ຂ້າພະເຈົ້າໄດ້ຊົມການແຂ່ງຂັນຍິງບັ້ງໄຟດອກຫຼາຍເທື່ອແລ້ວ, ແຕ່ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາດ່າໜັງເພື່ອຊົມການແຂ່ງຂັນ. ທັງໄດ້ຊົມບັ້ງໄຟດອກ, ທັງໄດ້ຮັບຟັງດົນຕີ ສະນັ້ນຂ້າພະເຈົ້າ ມີຄວາມຮູ້ສຶກວ່າ ບັ້ງໄຟດອກ ແລະ ສຽງດົນຕີໄດ້ປະສົມປະສານເຂົ້າກັນ ອັນໄດ້ສ້າງເປັນບັນຍາກາດທີ່ສຸດຍອດ
        ຄ່ຳຄືນແຂ່ງຂັນຍິງບັ້ງໄຟດອກຕໍ່ໄປຂອງງານບຸນຍິງບັ້ງໄຟດອກນາໆຊາດດ່າໜັງ ປີ2018 ຈະດຳເນີນໃນວັນທີ 6 ມິຖຸນາ.
 
 (ແຫຼ່ງຄັດຈາກ VOV)
 

top