ງານບຸນເຕັດ ຫວຽດ ປີມະເມຍ 2026 ໄດ້ເປີດເຂດລະດູບານໃໝ່ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ອົບອຸ່ນ ແລະ ເຂັ້ມຂຸ້ມໄປດ້ວຍສີສັນຊາດ.
(ໃນຊຸມມື້ທຳອິດຂອງລະດູບານໃໝ່, ບັນຍາກາດງານບຸນຄຶກຄື້ນນັບແຕ່ພາກໃຕ້ ໄປຮອດພາກເໜືອ)
ໃນຊຸມມື້ທຳອິດຂອງລະດູບານໃໝ່, ບັນຍາກາດງານບຸນຄຶກຄື້ນນັບແຕ່ພາກໃຕ້ ໄປຮອດພາກເໜືອ. ຈາກພື້ນທີ່ທັນສະໄໝ ຕະຫຼອດຮອດພິທີກຳບູຮານ, ແຕ່ລະງານບຸນລ້ວນແຕ່ມີຈຸດທີ່ເປັນເອກະລັກສະເພາະ, ທັງແມ່ນເຂດເພື່ອຄວາມບັນເທິງ, ພັກຜ່ອນຢ່ອນອາລົມ, ທັງນຳມາເຊິ່ງການລົງປະພຶດຕົວຈິງທີ່ໃໝ່ອ່ຽມ ແລະ ພ້ອມກັນນັ້ນກໍ່ແຜ່ກະຈາຍຈຸດຄວາມງາມທີ່ເປັນມູນເຊື້ອຂອງປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ).
ຢູ່ນະຄອນ ໂຮ່ຈີມິນ, ງານບຸນເຕັດ ຫວຽດ ປີມະເມຍ 2026 ໄດ້ເປີດເຂດລະດູບານໃໝ່ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ອົບອຸ່ນ ແລະ ເຂັ້ມຂຸ້ມໄປດ້ວຍສີສັນຊາດ. ດ້ວຍຫົວຂໍ້ “ຄວາມງາມເມື່ອກ່ອນໃນຄວາມຮຸ່ງເຮືອງເຫຼືອງເຫຼື້ອມມື້ນີ້”, ງານບຸນໄດ້ຫວນຄືນດ້ວຍຫຼາຍຮູບພາບທີ່ລື້ງເຄີຍຂອງບຸນເຕັດ ຄື: ຖະໜົນ ອົງໂດ (ຜູ້ຂຽນຕົວໜັງສື ຫວຽດ ເດີມ), ບັນຍາກາດບຸນເຕັດປະເພນີຂອງຊາວ ຫວຽດນາມ, ພິເສດແມ່ນບຸນເຕັດຢູ່ທາງພາກໃຕ້ ຕິດພັນກັບປະຫວັດສາດ, ຮີດຄອງປະເພນີ ແລະ ການດຳລົງຊີວິດປະຈຳວັນ. ນັກສິລະປິນ ກາດເຕື່ອງ ໃຫ້ຮູ້ວ່າ:
“ອ້າຍເອື້ອຍນ້ອງນັກສິລະປິນໄດ້ກະກຽມຊຸດເສື້ອຍາວ, ນັດກັນຖ່າຍຮູບເພື່ອມີບັນດາພາບບັນທຶກຈຸດເວລາ, ຄວາມຊົງຈຳທີ່ດີ ກ່ອນທີ່ຈະກ້າວເຂົ້າສູ່ປີໃໝ່. ປີນີ້ແມ່ນປີມະເມຍ ແລະ ຫວັງວ່າພວກເຮົາຈະປະສົບຜົນສຳເລັດທຸກປະການ”.
ມາຢ້ຽມຢາມເຂດດິນແດນທາງພາກກາງ ເຫ້ວ ໃນຊຸມມື້ບຸນເຕັດປີມະເມຍ, ແຂກທ່ອງທ່ຽວສາມາດເຂົ້າຮ່ວມງານບຸນລະດູບານໃໝ່ ເຊິ່ງຈັດຂຶ້ນໃນ 3 ເດືອນຕົ້ນປີຢູ່ນະຄອນ ເຫ້ວ, ດ້ວຍເຂດວາງສະແດງບຸນເຕັດທີ່ເປັນມູນເຊື້ອ, ຮີດຄອງປະເພນີຕ້ອນຮັບລະດູບານໃໝ່ຂອງພາລາຊະວັງໃນເມື່ອກ່ອນ ໄດ້ສົມທົບຢ່າງກົມກຽວກັບການເຄື່ອນໄຫວວັດທະນະທຳ, ສີລະປະແຫ່ງຍຸກສະໄໝ.
ສ່ວນຢູ່ ດ່ານັ້ງ, ບຸນເຕັດ ໄດ້ເຮັດໃໝ່ດ້ວຍບັນດາພື້ນທີ່ງານບຸນປະດິດຄິດສ້າງ, ເຕັມໄປດ້ວຍພະລັງຊີວິດ ແຕ່ຍັງຮັກສາຈິດໃຈວັດທະນະທຳທ້ອງຖິ່ນ. ນັບແຕ່ວັນທີ 01 ບຸນເຕັດ, ຢູ່ແຫ່ງນີ້ໄດ້ກາຍເປັນຈຸດນັດພົບຂອງແຂກທ່ອງທ່ຽວ, ຫວນຄືນບັນຍາກາດຂອງບຸນເຕັດຢູ່ພາກເໜືອ - ກາງ - ໃຕ້. ພ້ອມກັນນັ້ນ, ງານບຸນແສງສີ ແລະ ມໍລະດົກຢູ່ ດາວກີອຶກ ໂຮ້ຍອານ (ເກາະແຫ່ງຄວາມຊົງຈຳ ໂຮ້ຍອານ) ກໍ່ຈັດການເຄື່ອນໄຫວໂຄມໄຟສິລະປະທີ່ມີຂອບຂະໜາດໃຫຍ່. ທ່ານນາງ ເຈິ່ນທິທູຮວ່ຽນ, ຜູ້ອຳນວຍການຝ່າຍບໍລິຫານ ດາວກີອຶກ ໂຮ້ຍອານ, ໃຫ້ຮູ້ວ່າ:
“ງານບຸນແສງສີ ແລະ ມໍລະດົກ ແມ່ນການປະສານສົມທົບລະຫວ່າງສີລະປະທີ່ເປັນມູນເຊື້ອ, ນັ້ນແມ່ນສີລະປະເຮັດໂຄມໄຟ. ນອກນັ້ນ, ພວກຂ້າພະເຈົ້າໄດ້ນຳເຂົ້າບັນດາເຕັກໂນໂລຊີທີ່ໃໝ່ອ່ຽມ, ຄື: ໂຄມໄຟຈະໄດ້ເຮັດຮູບແບບໃຫຍ່ທີ່ສຸດ, ໄດ້ວາງສະແດງເປັນຢ່າງດີ ແລະ ເລົ່າເລື່ອງລາວດ້ານວັດທະນະທຳປະຫວັດສາດ. ພວກຂ້າພະເຈົ້າໄດ້ນຳໃຊ້ໂຄມໄຟ drone ທີ່ສ້າງຂີດໝາຍວັດທະນະທຳ ແລະ ໜ້າຈໍ led ທີ່ມີບັນດາຄຳອວຍພອນອັນດີງາມໃນໂອກາດບຸນເຕັດ”.
(ບັນດາການເຄື່ອນໄຫວຂອງ ຮ່າໂນ້ຍ ໃນໂອກາດບຸນເຕັດປະເພນີພັດນຳມາເຊິ່ງຄວາມງານໃນແບບບູຮານ)
ໂດຍມີຄວາມແຕກຕ່າງກັບບັນຍາກາດງານບຸນທັນສະໄໝ ແລະ ຟົດຟື້ນຂອງທາງພາກໃຕ້, ບັນດາການເຄື່ອນໄຫວຂອງ ຮ່າໂນ້ຍ ໃນໂອກາດບຸນເຕັດປະເພນີພັດນຳມາເຊິ່ງຄວາມງານໃນແບບບູຮານ. ດ້ວຍຄວາມຫວັງນຳບຸນເຕັດກັບຄືນໃນພື້ນທີ່ວັດທະນະທຳການດຳລົງຊີວິດ, ຕະຫຼອດຮອດ “ບຸນເຕັດ ຫວຽດ - ບຸນເຕັດຖະໜົນ” ການທ່ອງທ່ຽວວັນບຸນ, ທັງມີໂອກາດຊອກຮູ້, ຮູ້ສຶກໄດ້ເຖິງລວງເລິກດ້ານວັດທະນະທຳຂອງບຸນເຕັດ ຫວຽດ ຜ່ານບັນດາພິທີກຳ, ຮີດຄອງປະເພນີ, ການດຳລົງຊີວິດທີ່ເປັນມູນເຊື້ອ ຕິດພັນກັບລະບົບປູຊະນີຍະສະຖານ. ພ້ອມກັນນັ້ນແມ່ນບັນດາລາຍການສະແດງສິລະປະພື້ນເມືອງທີ່ເປັນມູນເຊື້ອ ເປັນເອກະລັກສະເພາະຂອງ ຮ່າໂນ້ຍ. ທ່ານນາງ ຫງວຽນຮົ່ງຈາງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຢູ່ບັນດາເຂດມໍລະດົກຂອງ ຮ່າໂນ້ຍ, ຂອງຖະໜົນເກົ່າ ຮວ່ານກຽມ, ພວກຂ້າພະເຈົ້າໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ຄື: ເຂດວາງສະແດງບຸນເຕັດທາງພາກເໜືອ ແລະ ຢູ່ເຮືອນມໍລະດົກເລກທີ 87 ມ້າເມີຍ ໄດ້ຫວນຄືນພາບບຸນເຕັດທີ່ເປັນມູນເຊື້ອຂອງຊາວ ຮ່າໂນ້ຍ. ພວກຂ້າພະເຈົ້າຫວັງວ່າ ຜ່ານບັນດາການເຄື່ອນໄຫວເສີມຂະຫຍາຍຄຸນຄ່າມໍລະດົກນັ້ນ, ປະຊາຊົນຈະບໍ່ພຽງແຕ່ຮູ້ສຶກໄດ້ເຖິງບັນຍາກາດອັນເບີກບານຂອງບຸນເຕັດເທົ່ານັ້ນ, ຫາກຍັງສາມາດຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈ, ເຊີດຊູຊາດ ແລະ ມີຄວາມຮັກຕໍ່ມູນເຊື້ອ ຫວຽດນາມ ຕື່ມອີກ”.
ສ່ວນລະດູບານໃໝ່ຢູ່ ໄຕບັກ ບໍ່ພຽງແຕ່ມີສີບົວຂອງດອກຄາຍ ຫຼື ສີຂາວຂອງດອກໝາກສາລີ້, ດອກໝັ້ນ ເທົ່ານັ້ນ, ຫາກຍັງແມ່ນສຽງແຄນ, ສຽງຮ້ອງລຳທຳເພງຂອງບັນດາບ່າວສາວຊາວເຜົ່າດັງຂຶ້ນຢູ່ງານບຸນຕ່າງໆອີກດ້ວຍ. ຢູ່ ລາວກາຍ, ບຸນເຕັດປີມະເມຍ 2026 ໄດ້ເປີດການເຄື່ອນໄຫວຍາມຕົ້ນປີໃໝ່ “ເປີດປະຕູຟ້າ” ທີ່ສັກກະລະບູຊາ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຢູ່ຈອມພູ Fansipan. ສ່ວນຢູ່ບັນດາບ້ານໄດ້ຈັດງານບຸນ ເຊັນບ້ານ, ເຊັນເມືອງ ຂອງຊາວເຜົ່າຜູ້ໄທ ແລະ ງານບຸນ ເກົ່າຕ່າວ ຂອງຊາວເຜົ່າ ມົ້ງ. ນີ້ແມ່ນງານບຸນໃຫຍ່ ແລະ ສຳຄັນທີ່ສຸດໃນປີຂອງຊາວເຜົ່າ ມົ້ງ ຕິດກັບພັບບັນດາການເຄື່ອນໄຫວທາງດ້ານຄວາມສັດທາເຫຼື້ອມໃສ ເພື່ອຕອບບຸນແທນຄຸນເທວະດາຟ້າແຖນ, ຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຂໍໃຫ້ມີໂຊກມີລາບ, ມີຄວາມສະງົບສຸກ.
ງານບຸນທີ່ຈັດຂຶ້ນຢ່າງຟົດຟື້ນຢູ່ທຸກແຫ່ງຫົນຂອງ ຫວຽດນາມ ບໍ່ພຽງແຕ່ໄດ້ເກັບຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອໄວ້ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນພະລັງຊີວິດໃໝ່ ແຕ່ຍັງເຕັມໄປດ້ວຍສີສັນອີກດ້ວຍ./.