ຂ່າວສານ

ງານບຸນຊຸດເສື້ອຍາວ ຮ່າໂນ້ຍ 2022 ດຶງດູດຜູ້ເຂົ້າຮ່ວມກ່ວາ 30.000 ເທື່ອຄົນ

ງານບຸນມີຫຼາຍການເຄື່ອນໄຫວທີ່ດູດດື່ມ, ຄື: ຄ່ຳຄືນດົນຕີງານບຸນຊຸດເສື້ອຍາວທ່ອງທ່ຽວ; ການປະກວດນັກສຶກສາ “ປະດິດສ້າງອອກແບບຊຸດເຊື້ອຍາວ”...
  ບັນດານັກອອກແບບໄດ້ຮັບລາງວັນທີ່ງານບຸນ (ພາບ:Tuấn Đức/ TTXVN)  

ຕອນຄ່ຳວັນທີ 4 ທັນວາ, ໄດ້ອັດງານບຸນຊຸດເສື້ອຍາວ ທ່ອງທ່ຽວ ຮ່າໂນ້ຍ 2022. ໃນເວລາ 3 ວັນຈັດຕັ້ງເຫດການ, ມີຊາວ ຮ່າໂນ້ຍ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ກ່ວາ 30.000 ເທື່ອຄົນໄດ້ເຂົ້າຮ່ວມງານບຸນ.

ງານບຸນມີຫຼາຍການເຄື່ອນໄຫວທີ່ດູດດື່ມ, ຄື: ຄ່ຳຄືນດົນຕີງານບຸນຊຸດເສື້ອຍາວທ່ອງທ່ຽວ; ການປະກວດນັກສຶກສາ “ປະດິດສ້າງອອກແບບຊຸດເສື້ອຍາວ”; ຮ້ານວາງສະແດງ 5 ຮ້ານ…

ປະຊາຊົນ ແລະ ແຂກທ່ຽວທ່ຽວມີຄວາມນິຍົມກັບລາຍການສະແດງ ແລະ ແຫ່ຂະບວນຊຸດເສື້ອຍາວຂອງ ສະຫະພັນແມ່ຍິງ ນະຄອນຫຼວງ ຮ່າໂນ້ຍ ດ້ວຍຈຳນວນຜູ້ເຂົ້າຮ່ວມເກືອບ 1.000 ຄົນ…


top