ງານບຸນ ເກົ່າງື (ເທສະການ ຫາປາ) ຖືກຈັດຂຶ້ນຢູ່ບ້ານ ດິ້ງກື, ປັດຈຸບັນແມ່ນກຸ່ມບ້ານ ດິ້ງກື, ຕາແສງ ໝີ໊ເຖື້ອງ, ນະຄອນ ເຫວ້ ແມ່ນໜຶ່ງ ໃນບັນດາງານບຸນພື້ນເມືອງ ທີ່ໂດດເດັ່ນ ຂອງຊາວປະມົງ ເຂດພາກກາງ. ຈັດທຸກໆ ສາມປີ ເທື່ອໜຶ່ງ, ລະຫວ່າງວັນທີ 21-22 ກໍລະກົດ ຕາມຈັນທະຄະຕິ, ງານບຸນ ດັ່ງກ່າວ ຈະຖືກຈັດຂຶ້ນຢ່າງສົມກຽດ ເພື່ອຂໍໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນ ເປັນສຸກ, ຝົນຟ້າອຳນວຍ ແລະ ການປູກຝັງ ໄດ້ຮັບຜົນດີ.
ງານບຸນ ເກົ່າງື (ເທສະການ ຫາປາ) ຖືກຈັດຂຶ້ນຢູ່ບ້ານ ດິ້ງກື, ປັດຈຸບັນແມ່ນກຸ່ມບ້ານ ດິ້ງກື, ຕາແສງ ໝີ໊ເຖື້ອງ, ນະຄອນ ເຫວ້ ແມ່ນໜຶ່ງ ໃນບັນດາງານບຸນພື້ນເມືອງ ທີ່ໂດດເດັ່ນ ຂອງຊາວປະມົງ ເຂດພາກກາງ. ຈັດທຸກໆ ສາມປີ ເທື່ອໜຶ່ງ, ລະຫວ່າງວັນທີ 21-22 ກໍລະກົດ ຕາມຈັນທະຄະຕິ, ງານບຸນ ດັ່ງກ່າວ ຈະຖືກຈັດຂຶ້ນຢ່າງສົມກຽດ ເພື່ອຂໍໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນ ເປັນສຸກ, ຝົນຟ້າອຳນວຍ ແລະ ການປູກຝັງ ໄດ້ຮັບຜົນດີ.
ງານບຸນ ປະກອບມີ ສອງສ່ວນຄື: ພິທີບູຊາ ແລະ ພິທີຈັດງານ. ພິທີບູຊາ ໄດ້ຮັບການດຳເນີນໄປຢ່າງເຄັ່ງຂຶມ ດ້ວຍບັນດາ ພິທີຕ້ອນຮັບເຈົ້າຫຼັກເມືອງຂອງບ້ານ, ຖະຫວາຍ ທູບທຽນ, ພິທີບວງສວງ ຂໍຄວາມສະຫງົບ ແລະ ພິທີກຳຕົ້ນຕໍ. ບັນດາເຈົ້າຂອງເຮືອ ແລະ ຜູ້ອາວຸໂສ ຈະໃສ່ ຊຸດປະເພນີ-ເສື້ອແຂນຍາວສີດຳ, ໂສ້ງຂາວ, ແພຄຽນຫົວສີແດງ -ໄດ້ກາບໄຫວ້ ເພື່ອຂໍພອນໃຫ້ ຄື້ນລົມສະຫງົບ, ທະເລງຽບ, ຊາວປະມົງ ອອກທະເລ ປອດໄພ, ກຸ້ງ ຫອຍ ປູ ປາ ເຕັມລຳເຮືອ. ບົດສວດວິນຍານ ໄດ້ຖືກອ່ານຂຶ້ນພ້ອມໆ ກັບສຽງກອງດັງກ້ອງ ຊຶ່ງເປັນການສະແດງຄວາມເຊື່ອຖື ຂອງ ຊາວທະເລ ຕໍ່ຟ້າດິນ ແລະ ບັນພະບຸລຸດ.
ງານບຸນ ບໍ່ພຽງແຕ່ມີຄວາມໝາຍທາງຈິດວິນຍານ ເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ລູກຫຼານ ໄດ້ລະນຶກເຖິງ ຄຸນງາມຄວາມດີ ຂອງ ບັນພະບຸລຸດ ຜູ້ກໍ່ຕັ້ງໝູ່ບ້ານ ແລະ ສ້າງສາອາຊີບ, ພ້ອມທັງປຸກສ້າງຈິດໃຈສາມັກຄີ, ຫວນຄືນສູ່ຮາກເຫງົ້າ ແລະ ບັນພະບຸລຸດ ຂອງ ອາຊີບ. ຫຼັງຈາກທຳພິທີບູຊາ ກໍ່ແມ່ນ ພາກຈັດບຸນ ທີ່ຄຶກຄື້ນ ດ້ວຍການເຊີ້ງສິງໂຕ, ຂັບລຳພື້ນເມືອງ ເຫວ້, ສິລະປະ ວັນນະຄະດີພື້ນເມືອງ ແລະ ພິເສດແມ່ນ ບຸນຊ່ວງເຮືອ ເຊິ່ງເປັນຈຸດເດັ່ນຂອງວັນບຸນ.
ເຮືອ ຈ໊າຍ ແມ່ນເຮືອແຂ່ງ ສະເພາະ ທີ່ຖືກຕໍ່ຈາກ ໄມ້ແປ້ນ ຍາວສາມແຜ່ນ, ບັນທຸກສີພາຍ 14 ຄົນ ປະກອບມີ: ຜູ້ຂັດທ້າຍເຮືອ, ຜູ້ຫົວເຮືອ ແລະ ຄູ່ສີພາຍ 6 ຄູ່. ການຊ່ວງເຮືອ ມີຫຼາຍລາງວັນ ຕັ້ງແຕ່ເຊົ້າ ຈົນຮອດບ່າຍ, ເລີ່ມຕົ້ນແມ່ນ “ລາງວັນ ຖະຫວາຍ” ມີລາງວັນ ເປັນຖາດ ໝາກພູ ແລະ ເຫຼົ້າ, ສິ້ນສຸດດ້ວຍ “ລາງວັນປິດທ້າຍ” ແມ່ນລາງວັນຜ້າໄໝສີແດງ ເຊິ່ງເປັນສັນຍາລັກ ຂອງ ກຽດສັກສີ ແລະ ໂຊກລາບ.
ສະຫຼັບກາງ ແມ່ນ “ລາງວັນ ເປັນເງິນ” ມີລາງວັນ ເປັນເງິນສົດ. ແຕ່ລະລາງວັນ ປະກອບມີສາມຮອບ, ຫົກຄັ້ງປ່ຽນທິດແລວນໍ້າ, ໂດຍສີພາຍ ຈະພ້ອມກັນອອກແຮງພາຍ ເທິງໜ້ານໍ້າ, ສ້າງເປັນພາບ ຄຶກຄື້ນຢູ່ ທ່າມກາງອ່າງນໍ້າ ຕາມຢາງ ທີ່ກວ້າງໃຫຍ່ໄພສານ.
ບຸນຊ່ວງເຮືອ ຂອງ ຊາວເມືອງ ເຫວ້ ບໍ່ພຽງແຕ່ເປັນການ ປະລອງ ຄວາມສາມາດເທົ່ານັ້ນ, ແຕ່ຍັງມີຄວາມໝາຍຂໍພອນ ໃຫ້ລະດູການເກັບກ່ຽວ ທີ່ອຸດົມສົມບູນ, ມີຄວາມອີ່ມໜຳສຳລານ, ສະແດງໃຫ້ເຫັນເຖິງ ຈິດໃຈຄວາມສາມັກຄີ, ຄວາມມານະພະຍາຍາມ ອອກ ທະເລ ແລະ ຄວາມປາຖະໜາ ທີ່ຈະເອົາຊະນະ ທຳມະຊາດ ຂອງ ຊາວທະເລ.
ເມື່ອສຽງໂຮ່ຮ້ອງ ສະຫງົບລົງ, ງານບຸນກໍ່ ປິດລົງ ໃນຕອນບ່າຍ ຂອງລະດູໃບໄມ້ຫຼົ່ນ ທີ່ງົດງາມ, ເປີດສາກ ໃຫ້ແກ່ ລະດູການອອກແຮງງານໃໝ່ ທີ່ເຕັມໄປດ້ວຍຄວາມຫວັງ.
ສຳລັບຊາວ ເທື່ອທຽນເຫວ້, ງານບຸນ ເກົ່າງື ແມ່ນສັນຍາລັກ ຂອງ ຄວາມກະຕັນຍູ, ຄວາມເຊື່ອຖື ແລະ ຄວາມມີຊີວິດຊີວາ ຂອງ ວັດທະນະທຳ ທີ່ຍືນຍົງ. ຜ່ານຫຼາຍເສັ່ນຄົນ, ງານບຸນດັ່ງກ່າວ ບໍ່ພຽງແຕ່ຮັກສາຄວາມເຊື່ອດັ້ງເດີມເທົ່ານັ້ນ, ແຕ່ຍັງກາຍເປັນບ່ອນ ບົ່ມເພາະວັດທະນະທຳ ພື້ນເມືອງ ຂອງ ເຂດພາກກາງ, ເຊິ່ງແມ່ນ ຈຸດຄວາມງາມ ປະກອບສ່ວນ ສ້າງເປັນເອກະລັກທາງວັດທະນະທຳ ຂອງ ເຂດດິນແດນ ເມືອງຫຼວງເກົ່າແຫ່ງນີ້.
ບົດ ແລະ ພາບໂດຍ: ດິ່ງຮວ່າງ, ຫງວຽນຖັ໋ງ, ຮວ່າງຮ່າ - ແປໂດຍ: ບິກລຽນ