ຂ່າວສານ

ງານບຸນ ກາເຟ ບວນມາທວດ: ອັດງານແຂ່ງຂັນຜະລິດຜະລິດຕະພັນສິລະປະກຳ

ໃນເວລາ 3 ວັນ, ບັນດານັກສິລະປະການໄດ້ສ້າງບັນດາຜະລິດຕະພັນດ້ວຍບັນດາຫົວຂໍ້ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງບັນດາຊົນເຜົ່າ ໄຕງວຽນ, ບັນຫາປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາສັດຫາຍາກ...
  ຜະລິດຕະພັນໄດ້ວາງສະແດງທີ່ງານບຸນ (ພາບ:TTXVN)  

ຕອນຄ່ຳວັນທີ 12 ມີນາ, ຢູ່ນະຄອນ ບວນມາທວດ, ຄະນະຈັດຕັ້ງງານບຸນ ກາເຟ ບວນມາທວດ ໄດ້ຈັດພິທີອັດ ແລະ ມອບລາງວັນງານແຂ່ງຂັນຜະລິດຜະລິດຕະພັນສິລະປະກຳຈາກຕົ້ນກາເຟ, ໃນຂອບເຂດງານບຸນ ກາເຟ ບວນມາທວດ ຄັ້ງທີ 8, ປີ 2023.

ໃນເວລາ 3 ວັນ, ບັນດານັກສິລະປະການໄດ້ສ້າງບັນດາຜະລິດຕະພັນດ້ວຍບັນດາຫົວຂໍ້ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງບັນດາຊົນເຜົ່າ ໄຕງວຽນ, ບັນຫາປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາສັດຫາຍາກ, ຍົກລະດັບຄຸນຄ່າຂອງຜະລິດຕະພັນກາເຟ ແລະ ບັນດາຜະລິດຕະພັນສິລະປະກຳ ທີ່ໝູນໃຊ້ໃນການຕົບແຕ່ງປະດັບປະດາຮັບໃຊ້ຊີວິດການເປັນຢູ່. ຈິດຕະກອນ ຫງວຽນຫາຍລອງ, ຫົວໜ້າຄະນະກຳມະການການແຂ່ງຂັນ, ຕີລາຄາວ່າ:

ບັນດາຜະລິດຕະພັນມີຄຸນນະພາບໄດ້ນອນນອກເໜືອຈາກຄວາມລໍຄອຍສູງກ່ວາລະດັບການຄາດຄິດຂອງຄະນະກຳມະການອກຈາກການສະແດງບັນດາຜະລິດຕະພັນທີ່ມີມາດຕະຖານຄົບຖ້ວນຂອງຂົງເຂດສິລະປະກຳນັ້ນແມ່ນຄວາມເປັນມືອາຊີບລະອຽດອ່ອນ ແລະ ຄວາມສາມາດປະດິດຄິດສ້າງຂອງນັກສິລະປະການຄຽງຄູ່ກັນນັ້ນແມ່ນຄວາມສາມາດສ້າງຮູບຮ່າງມັນເທົ່າກັບການຕີລາຄາຜະລິດຕະພັນແກະຄວັດສະຫຼັກ”.


top