ສິລະປະ

ງານຕິດຕັ້ງ ເຊລາມິກ ຮ່ວມສະໄໝ “ລອງກອງ”

ງານ​ວາງສະ​ແດງ​ເຄື່ອງ​ປັ້ນດິນ​ເຜົາ “ລອງກອງ” ໃນ​ຫົວ​ຂໍ້​ ນັບ​ແຕ່​ຮີດຄອງ​ປະ​ເພນີ​ ເຖິງ​ຄວາມ​ທັນ​ສະ​ໄໝ, ​ໄດ້​ແນະນຳ​ເຄື່ອງ​ປັ້ນດິນ​ເຜົາ​ເກືອບ 50​ແຜ່ນ ​ຂອງ​ ນັກ​ສິລະ​ປິນ ຈິ້ງຫວູຫຽວ ​ແລະ ບຸ່ຍ

ນັກຄົ້ນຄວ້າ ຟານເກີ໊ມເຖື້ອງ ໃຫ້ຮູ້ວ່າ: ເຄື່ອງປັ້ນດິນເຜົາແມ່ນ ວັດ ຖຸບູຮານ ແລະ ດັ້ງເດີມ ທີ່ໄດ້ແຜ່ລາມໄປທົ່ວ ອາລິຍະທຳ ຂອງ ມວນມະນຸດ. ໃນຊຸມປີມໍ່ໆ ມານີ້, ການໂຕ້ວາທີ ລະຫວ່າງສິລະປະ ແລະ ຫັດຖະກໍາ, ລະຫວ່າງສິລະປະຂັ້ນສູງ ແລະ ສິລະປະ ລະດັບ ຕ່ໍາ ໄດ້ສ້າງຄວາມປ່ຽນແປງ ສໍາລັບສິລະປະດິນເຜົາ ຍຸກປັດຈຸບັນ.


ລອງ​ກອງ” ​ມີຕົ້ນກຳເນີດ​ຈາກ​ການ​ພົບ​ປະ​ໂດຍບັງເອີນ​ລະຫວ່າງ​​ສິລະ​ປິນ ຈິ້ງຫວູຫຽວ ​ແລະ ບຸ່ຍກວັກແຄ໋ງ. “ລອງ​ກອງ” ແມ່ນ​ສຽງ​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ ​ເມື່ອ​ກະທົບ​ກັນ, ແມ່ນ​ໂອ​ກາດ​ພົບ​ປະ​​ໂດຍ ບັງເອີນລະຫວ່າງ​​ສິ​ລະ​ປິນ ທັງສອງ ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ສຳ ລັບທ່ານ ບຸ່ຍກວັກແຄ໋ງ, ເປັນເທື່ອທຳອິດ ເພິ່ນໄດ້ເຂົ້າໃກ້ກັບເຄື່ອງ ປັ້ນດິນເຜົາ ໃນຖານະ ນັກຮຽນຮູ້ ແລະ ທົດລອງ, ສຳລັບທ່ານ ຈິ້ງ ຫວູຫຽວ ດ້ວຍປະສົບການ ແລະ ຄວາມຮູ້ທີ່ສະສົມ, ເພິ່ນທັງເປັນ ນັກຮຽບຮຽງ ແລະ ທັງເປັນນັກເລົ່າເລື່ອງ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ ​ແລະ ​ເປັນ​ສັນຍາ​ລັກ​ໃນ​ສອງພາກ​ສ່ວນ​ ລອງ ​ແລະ ກອງ ຂອງ​ສະຖານ​ທີ່​ວາງສະ​ແດງ ​ຄື​ເປັນ​ການ​ຜັນ​ຂະຫຍາຍ​ ຂອງ​ ສິລະ​ປະ​ ພື້ນ​ເມືອງ​ ມາ​ເປັນ​ສິລະ​ປະ ​ຍຸກປັດຈຸ​ບັນ.


ນັກຄົ້ນຄວ້າ ຟານເກີ໊ມເຖື້ອງ ກ່າວ​ຄຳ​ປາ​ໄສ​ເປີດ​ງານ​ວາງ​ສະ​ແດງ “ລອງ​ກອງ. ພາບ: ແທງຢາງ/VNP



ນັກ​ສິລະ​ປິນ ຈິ້ງຫວູຫຽວ ມີ​ຄວາມ​ເອກອ້າງ​ທະນົງ​ໃຈ ​ແລະ ປາດ​ຖະໜາ​ຢາກ​ຖ່າຍ​ທອດ​ບັນດາ​ເລື່ອງ​ປະຫວັດສາດ​ ຫວຽດນາມ ດ້ວຍ​ວິທີ​ຕ່າງໆ. ພາບ: ແທງຢາງ/VNP.



ນັກ​ສິລະ​ປິນ ບຸ່ຍກວັກແຄ໋ງ ໄດ້​ສ້າງ​ຕົວ​ລະຄອນ​ໃນ​ປະຈຸ​ບັນ​ຈາກ​ເຄື່ອງ​ປັ້ນດິນ​ເຜົາ. ພາບ: ແທງຢາງ/VNP



ດ້ວຍ​ການ​ນຳ​ໃຊ້​ແສງ​ສະ​ຫວ່າງ​ທີ່​ອ່ອນ​ໂຍນງານ​ວາງ​ສະ​ແດງ​ໄດ້​ເພີ່ມ​ຄວາມ​ສວຍ​ງາມ​ໃຫ້​ກັບ​ວຽກ​ງານ​ເຊ​ລາ​ມິກ. ພາບ: ແທງຢາງ/VNP



ພື້ນທີ່ວາງສະແດງທີ່ຖືກຈັດລຽງຢ່າງລະມັດລະວັງໄດ້ເຮັດໃຫ້ວຽກງານທີ່ໂດດເດັ່ນ. ພາບ: ແທງຢາງ/VNP




ງານ​ວາງສະ​ແດງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພາບ: ແທງຢາງ/VNP

ສິ່ງ​​ຜູກ​ມັດ ​ບັນດາ​ຜົນງານ ​ຂອງ​ ສິລະ​ປິນ ທັງສອງ ຈິ້ງຫວູຫຽວ ​ແລະ ບຸ່ຍກວັກແຄ໋ງ ອາດ​ຈະ​ແມ່ນ​ຄວາມ​ຮັກ​ ​ແລະ ຄວາມ​ເອກ ອ້າງ​ທະນົງ​ໃຈ​ຕໍ່ ບັນດາ​ວັດ​ຖຸພັນ ບູຮານ ​ແລະ ມູນເຊື້ອ. ຄຸນຄ່າ​ ມູນເຊື້ອ ​ໄດ້​ສະ​ແດງ​ອອກ​ຢ່າງ​ອຸດົມສົມບູນ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ​ ໃນ 50 ຜົນງານ​ການປະດິດແຕ່ງ ຂອງ​ ​ສິລະ​ປິນທັງສອງ.

ນັກ​ສິລະ​ປິນ ຈິ້ງຫວູຫຽວ ຍັງ​ຮັກສາໄວ້ ບັນດາ​ລວດລາຍ ​ຂອງ ເຄື່ອງ​ປັ້ນດິນ​ເຜົາ ​ທີ່​ໄດ້​ຮັບ​ແຮງບັນດານ​ໃຈ​ຈາກ​ຮູບ​ແຕ້ມ ຮ່າງຈົງ. ບັນດາ ຜົນງານການປະດິດແຕ່ງ ຂອງ ເພິ່ນ ແມ່ນເລື່ອງລາວ ກ່ຽວ ກັບ ເທບພະເຈົ້າ ໃນຊີວິດທາງຈິດວິນຍານ ແຕ່ສະໄໝ ບູຮານ ທີ່ ໄດ້ເລົ່າ ຢ່າງໃກ້ຊິດ, ກຳຈັດສິ່ງກີດຂວາງ. ພິ​ເສດ, ​ຮູບ​ແຕ້ມ​ແຕ່ລະ ຮູບ ​ລ້ວນ​ສະ​ແດງ​ໃຫ້​ເຫັນ​ເທິງວັດຖຸ ​ເຄື່ອງ​ປັ້ນດິນ​ເຜົາ​ແບບ​ຍືນ​ຍົງ, ສ້າງ​ຜົນ​ສະທ້ອນ​ທີ່​ແຕກ​ຕ່າງ​ກັນ, ນຳ​ມາ​ເຊິ່ງປະສົບ​ການ​ທີ່​ໜ້າ​ສົນ​ໃຈ ​ແລະ  ຈັບອົກຈັບໃຈ​ ໃຫ້​ຜູ້​ຊົມ.

ຈຸດ​ປະ​ທັບ​ໃຈ​ໃນຜົນງານ​ເຄື່ອງ​ປັ້ນ​ດິນ​ເຜົາ ບຸ່ຍ​ກວັກ​ແຄ໋ງ ຄືຄວາມ​ປານີດ ດ້ວຍລາຍ​ລະ​ອຽດ​ ນັບ​ບໍ່​ຖ້ວນ ​ແບ່ງ​ອອກ​ເປັນ​ຊັ້ນໆ, ອົງປະ ກອບຮູບຮ່າງທ່ີຕໍ່ເນື່ອງກັນ, ສີ​ສັນ​ທີ່​ແຕກ​ຕ່າງ​ກັນ, ແຕ່​ຍັງ​ຄົງ​ແຝງ ໄວ້ ດ້ວຍລັກສະນະ ຈຳເພາະ ຂອງ ຫວຽດນາມ​.

ຈິ້ງຫວູຫຽວ ​ແລະ ບຸ່ຍກວັກແຄ໋ງ ກັບ​ງານ​ວາງສະ​ແດງ​ເຄື່ອງ​ປັ້ນດິນ​ເຜົາ “ລອງ​ກອງ” ​ເປັນ​ການ​ສະທ້ອນ​ເຖິງ​ສະພາບ​ວັດທະນະທຳ-ສັງ ຄົມ​ຍຸກປັດຈຸ​ບັນ ​ຂອງ ຫວຽດນາມ - ເປັນບ່ອນເຊິ່ງບັນດາ ​ຄຸນຄ່າ ​ແບບເກົ່າ ​ແລະ ຄຸນຄ່າ​ແບບໃໝ່​ ພວມ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ຄົງຕົວ ຄຽງຄູ່ກັນໄປ.

ບັນດາຜົນງານການປະດິດແຕ່ງ ໃນງານວາງສະແດງ:













 
 
 

top