ຂ່າວສານ

ງານຕະຫຼາດນັດການຄ້າສາກົນເຂດທາງທິດຕາເວັນຕົກສ່ຽງເໜືອ - ດ້ຽນບຽນ ປີ 2019

      ງານຕະຫຼາດນັດໃນປີນີ້ໄດ້ດຳເນີນໄປໃນລະຫວ່າງວັນ ທີ 30 ມີນາ - 5 ເມສາ ດ້ວຍຂອບຂະໜາດພາກພື້ນ ແລະ ສາກົນ,ໂດຍມີການເຂົ້າຮ່ວມຂອງອົງການຈັດຕັ້ງ ແລະ ວິສາຫະກິດ 100 ແຫ່ງ.

ຜູ້ແທນໄປຢ້ຽມຊົມບັນດາຮ້ານວາງຂາຍສິນຄ້າຢູ່ງານຕະຫຼາດນັດ(ພາບ:  nhandan.com.vn)
      ຕອນຄ່ຳວັນທີ 30 ມີນາ, ຢູ່ນະຄອນ ດ້ຽນບຽນຝຸ, ຄະນະກຳມະການປະຊາຊົນ ແຂວງ ດ້ຽນບຽນ ໄດ້ສົມທົບກັບກະຊວງອຸດສາຫະກຳ - ການຄ້າ ຈັດຕັ້ງພິທີໄຂງານຕະຫຼາດນັດການຄ້າສາກົນເຂດທາງທິດຕາເວັນຕົກສ່ຽງເໜືອ - ດ້ຽນບຽນ ປີ 2019. ໃນພິທີໄຂມີການເຂົ້າຮ່ວມ ຂອງທ່ານ ເອກອັກຄະລັດທະທູດ ລາວ ປະຈຳ ຫວຽດນາມ, ການນຳ 6 ແຂວງທາງພາກເໜືອ ລາວ ແລະ ແຂວງ ຢູນໜານຂອງ ຈີນ.
        ງານຕະຫຼາດນັດການຄ້າສາກົນເຂດທາງທິດຕາເວັນຕົກສ່ຽງເໜືອ - ດ້ຽນບຽນ ປີ 2019ໄດ້ຈັດຂຶ້ນດ້ວຍຫົວຂໍ້ວ່າ “ທາງທິດຕາເວັນຕົກເໜືອພ້ອມກັບທົ່ວປະເທດເຊື່ອມຕໍ່ການຮ່ວມມື ແລະ ພ້ອມກັນພັດທະນາ”. ງານຕະຫຼາດນັດໃນປີນີ້ໄດ້ດຳເນີນໄປໃນລະຫວ່າງວັນ ທີ 30 ມີນາ - 5 ເມສາ ດ້ວຍຂອບຂະໜາດພາກພື້ນ ແລະ ສາກົນ,ໂດຍມີການເຂົ້າຮ່ວມຂອງອົງການຈັດຕັ້ງ ແລະ ວິສາຫະກິດ 100 ແຫ່ງ, ໃນນັ້ນມີບາງວິສາຫະກິດ ຕ່າງປະເທດ ທີ່ມາຈາກປະເທດ ລາວ, ໄທ ແລະ ຈີນ.
 (ແຫຼ່ງຄັດຈາກ VOV)


top