ຂ່າວສານ

ງານຕະຫຼາດນັດການຄ້າລາວ-ຫວຽດຊ່ວຍເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດ

      ງານຕະຫຼາດນັດການຄ້າ ລາວ-ຫວຽດນາມ 2019 ມີຮ້ານວາງຂາຍສິນຄ້າກວ່າ 240 ຮ້ານ ຂອງຫົວໜ່ວຍວິສາຫະກິດ 180 ແຫ່ງ.
            ຕອນບ່າຍວັນທີ 27 ມິຖຸນາຢູ່ສູນວາງສະແດງ-ຫໍປະຊຸມ-ການຄ້າສາກົນລາວ (ITECC) ຢູ່ນະຄອນຫຼວງວຽງຈັນ, ກົມສົ່ງເສີມການຄ້າ, ກະຊວງອຸດສະຫະກຳແລະການຄ້າຫວຽດນາມໄດ້ປະສານສົມທົບກັບກົມສົ່ງເສີມການຄ້າ, ກະຊວງອຸດສະຫະກຳແລະການຄ້າລາວຈັດພິທີເປີດງານຕະຫຼາດນັດການຄ້າລາວ-ຫວຽດ2019 (VIETLAO EXPO 2019).

ຮ້ານວາງສະແດງສິນຄ້າຂອງແຂວງກວາງນິງ ທີ່ງານຕະຫຼາດນັດ
      ກ່າວຄຳເຫັນທີ່ພິທີເປີດ, ທ່ານຮອງລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າຫວຽດນາມກາວກວ໊ກຮຶງເນັ້ນໜັກວ່າເພື່ອຍູ້ແຮງການຮ່ວມມືພັດທະນາ, ຫວຽດນາມແລະລາວຄວນຍູ້ແຮງການປະຕິບັດບັນດາຄຳໝັ້ນສັນຍາແລະ ສັນຍາການຄ້າທີ່ໄດ້ຮັບການລົງນາມແລ້ວ, ພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມແລະ ໂຄງລ່າງດ້ານການຄ້າ.
        ທ່ານຮອງລັດຖະມົນຕີກະຊວງອຸດສະຫະກຳແລະການຄ້າລາວພັນທອງພິດທຸມມາກໍ່ໄດ້ເນັ້ນໜັກວ່າງານຕະຫຼາດນັດການຄ້າລາວ-ຫວຽດ ໄດ້ຈັດຕັ້ງໃນທຸກໆປີ ເປັນເຫດການສຳຄັນ ແລະ ມີຄວາມໝາຍສຳຄັນທີ່ສຸດ ໃນການຊ່ວຍເພີ່ມທະວີ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ, ພ້ອມດຽວກັນນັ້ນ ກໍ່ຊ່ວຍໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າ ລາວ-ຫວຽດນາມ ນັບມື້ນັບພັດທະນາ ຂຶ້ນສູ່ລະດັບສູງໃໝ່.
        ງານຕະຫຼາດນັດການຄ້າ ລາວ-ຫວຽດນາມ 2019 ມີຮ້ານວາງຂາຍສິນຄ້າກວ່າ 240 ຮ້ານ ຂອງຫົວໜ່ວຍວິສາຫະກິດ 180 ແຫ່ງ. ໃນນັ້ນ, ຮ້ານວາງຂາຍສິນຄ້າຫວຽດນາມມີ ທັງໝົດ120 ຮ້ານທີ່ບັນລຸມາດຕະຖານ ຂອງວິສາຫະກິດເກືອບ 80 ແຫ່ງ ທີ່ມີຄຸນນະພາບ, ເຄື່ອງໝາຍການຄ້າ ແລະ ມີອິດທິພົນຊື່ສຽງຂອງຫວຽດນາມ ເຊິ່ງຂຶ້ນກັບຂະແໜງ ສິນຄ້າປະເພດຕ່າງຄື ການຢາ ແລະ ອຸປະກອນການແພດ, ເຄື່ອງຈັກອຸດສາຫະກຳ, ການກໍ່ສ້າງ ແລະວັດສະດຸກໍ່ສ້າງ, ກະສິກຳ-ປ່າໄມ້, ສິນໃນນ້ໍາ ແລະ ອາຫານປຸງແຕ່ງ, ເຄື່ອງນຸ່ງ-ແຟຊັ້ນ, ເຄື່ອງສິລະປະຫັດຖະກໍາ ແລະ ເຄື່ອງຕົກແຕ່ງພາຍໃນເຮືອນ, ເຄື່ອງປລາດສະຕິກ ແລະ ຜະລິດຕະພັນໃຊ້ສອຍປະຈຳວັນ.
 (ແຫຼ່ງຄັດຈາກ VOV)
 
 


top