ຂ່າວສານ

ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 ຈະດໍາເນີນໃນລະຫວ່າງວັນທີ 27 – 30 ພະຈິກ

      ຄະນະເລຂານຸການ ງານຕະຫຼາດນັດ ອາຊຽນ - ຈີນ ໄດ້ແຈ້ງໃຫ້ຊາບວ່າ ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 (CAEXPO 2020) ຈະດໍາເນີນໃນລະຫວ່າງວັນທີ 27 – 30 ພະຈິກ ຢູ່ແຂວງໜານໜິງ, ແຂວງກວາງຊີ ຈີນ ພາຍໃຕ້ຮູບແບບຖ່າຍທອດສົດ ແລະ ອອນລາຍ.

ພິທີໄຂງານຕະຫຼາດນັດ ອາຊຽນ - ຈີນ ປີ 2019 (ພາບປະກອບ:ຄະນະເລຂານຸການ ງານຕະຫຼາດນັດ ອາຊຽນ - ຈີນ)  
              ງານຕະຫຼາດນັດປີນີ້ ໄດ້ປິນອ້ອມຫົວຂໍ້ ເສດຖະກິດດີຈີຕອນ ເພາະວ່າປີ 2020 ໄດ້ກໍານົດວ່າແມ່ນປີຮ່ວມມືເສດຖະກິດດີຈີຕອນລະຫວ່າງ ອາຊຽນ - ຈີນ. ບັນດາການເຄື່ອນໄຫວຫຼັກໆໃນຂອບເຂດງານຕະຫຼາດນັດ ລວມມີ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ - ຈີນ, ບັນດາເວທີປາໄສຂັ້ນສູງ ແລະ ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ ກໍຈະຖືກຈັດຂຶ້ນກັບບ່ອນ ແລະ ຜ່ານທາງອອນລາຍ. ງານຕະຫຼາດນັດປີນີ້ ຈະສືບຕໍ່ສ້າງບັນດາເຂດວາງສະແດງຕາມຫົວເລື່ອງ ເປັນຕົ້ນແມ່ນ ການຄ້າຂາຍສິນຄ້າ, ເຂດວາງສະແດງສະເພາະບັນດາປະເທດ ອາຊຽນ ແລະ ຈີນ, ສຸມໃສ່ແນະນໍາເຄື່ອງຈັກ, ອຸປະກອນເອກເລັກໂຕນິກ, ເຄື່ອງເຢັນ, ວັດສະດຸກໍ່ສ້າງ ປະເພດຕ່າງໆ ກໍຄືບັນດາປະເພດສິນຄ້າສະບຽງອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍ ແລະ ບັນດາຜະລິດຕະພັນການບໍລິການຂອງບັນດາປະເທດ ອາຊຽນ.
(ແຫຼ່ງຄັດຈາກ VOV)


top