ຂ່າວສານ

ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 ຈະຈັດຂຶ້ນໃນເດືອນກັນຍາຄືທຸກໆປີ

      ງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 17 (CAEXPO 2020) ຈະຈັດຂຶ້ນໃນລະຫວ່າງວັນທີ 18 – 21 ກັນຍາ, ຢູ່ແຂວງໜານໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງກວາງຕຸງ, ຄືທຸກໆປີ.

(ພາບປະກອບ: CAEXPO) 
      ງານວາງສະແດງສິນຄ້າປະເພດເຄື່ອງກົນຈັກໄຟຟ້າ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ທີ່ຈັດຂຶ້ນຢູ່ຫວຽດນາມ ກໍແມ່ນໜຶ່ງໃນບັນດາກິດຈະກໍາຍ່ອຍຂອງງານຕະຫຼາດນັດດັ່ງກ່າວ.
        ໃນຂອບເຂດຂອງເຫດການດັ່ງກ່າວໃນປີນີ້ ຈະດໍາເນີນການເຄື່ອນໄຫວສໍາຄັນຫຼາຍຢ່າງ ຄື ງານວາງສະແດງກ່ຽວກັບຂົງເຂດການເງິນ, ການທ່ອງທ່ຽວ, ເຄື່ອງປ່າຂອງດົ່ງ ແລະ ເຄື່ອງເຟີນີເຈີ ລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ, ກອງປະຊຸມ ເຂົ້າສານ ໂລກ, ງານວາງສະແດງຜະລິດຕະພັນ ເຄື່ອງກົນຈັກ ແລະ ເຄື່ອງເອເລັກໂຕນິກ ຈີນ - ອາຊຽນ ຢູ່ຫວຽດນາມ. ລາວ ຈະແມ່ນປະເທດກິດຕິມະສັກໃນງານຕະຫຼາດນັດຄັ້ງນີ້.
 (ແຫຼ່ງຄັດຈາກ VOV)


top