ຂ່າວສານ

ງານ Festival ເຫວ້ 2020: ມຸ່ງໄປສູ່ວົງຄະນາຍາດ

      ງານ Festival ເຫວ້ ຄັ້ງທີ 11 ຈະຖືກຈັດຂຶ້ນແຕ່ວັນທີ 1 ຫາວັນທີ ເມສາ ປີ 2020 ເຊິ່ງເປັນຂີດໝາຍໄລຍະທາງ 20 ປີນັບຕັ້ງແຕ່ການຈັດຕັ້ງງານ Festival ຄັ້ງທຳອິດ. Festival ຄັ້ງນີ້ຈະສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບທາງດ້ານສິລະປະກຳ, ມີຄວາມໃໝ່ອ່ຽມ, ດູດດື່ມ, ພິເສດແມ່ນລັກສະນະວົງຄະນາຍາດສູງ, ດຶງດູດມະຫາຊົນຢ່າງແຂງແຮງ

ພິທີໄຂງານ Festival ເຫວ້
      ຜ່ານການຈັດຕັ້ງເປັນ 10 ຄັ້ງ, ງານ Festival ເຫວ້ ໄດ້ບັນລຸບັນດາຜົນງານທີ່ດີ. ບໍ່ພຽງແຕ່ຢັ້ງຢືນເຄື່ອງໝາຍ ໃນວົງຄະນາຍາດບັນດາ Festival ອາຊີບຢູ່ໃນໂລກເທົ່ານັ້ນ, Festival ເຫວ້ ຍັງເສີມຂະຫຍາຍຄຸນຄ່າວັດທະນະທຳ ເຫວ້, ວັດທະນະທຳ ຫວຽດນາມ, ກາຍເປັນສະຖານທີ່ເຕົ້າໂຮມ ພົບປະແລກປ່ຽນ ຂອງບັນດາລາຍການສະແດງສິລະປະ ທີ່ເປັນເອກະລັກ ຂອງບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນໃນໂລກ. Festival ເຫວ້ 2020 ແມ່ນບ່ອນເຕົ້າໂຮມບັນດາລາຍການສິລະປະທີ່ເປັນເອກະລັກ, ເປັນຂີດໝາຍຂອງບັນດາເຂດວັດທະນະທຳທີ່ດີເດັ່ນຂອງ ຫວຽດນາມ ແລະ ນັບ 10 ປະເທດໃນໂລກ. ນີ້ແມ່ນໂອກາດເພື່ອໂຄສະນາພາບພົດຂອງ ເຫວ້ ເຊິ່ງແມ່ນນະຄອນວັດທະນະທຳ, ນະຄອນມໍລະດົກ, ນະຄອນ Festival, ນະຄອນຂຽວ, ນະຄອນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ພ້ອມກັນນັ້ນນີ້ກໍ່ແມ່ນໂອກາດ ເພື່ອແນະນຳໃຫ້ແກ່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດຮັບຊາບ ກ່ຽວກັບສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ ສິລະປະພື້ນເມືອງ ແລະ ພະລາດຊະວັງ ເຫວ້. ຈຸດໃໝ່ຂອງ Festival ເຫວ້ ປີນີ້ ແມ່ນສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງທາງດ້ານຄຸນນະພາບສິລະປະ.  ທ່ານ ຮວິ່ງຕ໊ຽນດາດ ຜູ້ອຳນວຍການສູນ Festival  ເຫວ້ 2020 ໃຫ້ຮູ້ວ່າ:
       “ດ້ວຍຄວາມຫວັງຢາກໃຫ້ Festival ເຫວ້  ແມ່ນຂອງມະຫາຊົນ, ນັບມື້ນັບເຮັດໃຫ້ມະຫາຊົນ ຮູ້ເຖິງບັນດາລາຍການສິລະປະນັ້ນ, ຄະນະຈັດຕັ້ງໄດ້ຕົກລົງຮັດແຄບບັນດາເວທີສະແດງ ໃນຂອບເຂດລາຍການສະແດງ, ພ້ອມທັງຍູ້ແຮງບັນດາລາຍການສະແດງ ອອກສູ່ວົງຄະນະຍາດ, ເພື່ອສ້າງເງື່ອນໄຂໃຫ້ມະຫາຊົນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ເປັນເອກະລັກຂອງບັນດາປະເທດໃນໂລກ”.
      ບັນດາເຫດການວັດທະນະທຳທີ່ສຳຄັນ ຈະຖືກຈັດຂຶ້ນໃນຕະຫຼອດ 6 ວັນດຳເນີນງານບຸນ ເຊິ່ງລວມມີ: ພິທີໄຂງານ Festival; ພິທີໄຫວ້ບູຊາເທວະດາຟ້າແຖນ; ລາຍການສະແດງດົນຕີ ຈິ້ງກົງເຊີນ; ງານບຸນເສື້ອຍາວ; ງານບຸນອາຫານການກິນ; ງານບຸນວັດທະນະທຳຢູ່ຕາມທ້ອງຖະໜົນ; ງານມະໂຫລານຟ້ອນສາກົນ; ພິທີອັດງານ Festival… ທ່ານ ຫວຽນຢຸງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຮອງຫົວໜ້າຄະນະຈັດຕັ້ງງານ Festival ເຫວ້ ໃຫ້ຂໍ້ສັງເກດວ່າ : Festival ເຫວ້ 2020 ດ້ວຍບັນດາລາຍການສິລະປະທີ່ປະທັບໃຈ ແລະ ເປັນເອກະລັກ ເຊິ່ງມາຈາກຫຼາຍກວ່າ 20 ປະເທດໃນໂລກ ພ້ອມກັບປະເທດເຈົ້າພາບ ຫວຽດນາມ ຈະສ້າງສີສັນພິເສດໃຫ້ແກ່ງານບຸນລະດັບຊາດ ທີ່ມີລັກສະນະສາກົນ. ທ່ານ ຫວຽນຢຸງ ກ່າວວ່າ:
      “ຂະນະທີ່ງານ Festival ເຫວ້ກາຍເປັນເຄື່ອງໝາຍລະດັບຊາດ ແລະ ກາຍເປັນເຄື່ອງໝາຍຂອງສາກົນ, ຈະດຶງດູດບັນດາຫົວໜ່ວຍ, ວິສາຫະກິດ, ອົງການຕ່າງໆທີ່ພ້ອມແລ້ວຈະໃຫ້ການອຸປະຖຳ ແລະ ຮ່ວມເດີນທາງພ້ອມກັບ Festival ເຫວ້, ນັບທັງບັນດາສະຖານທູດ, ອົງການທູດຕານຸທູດ ປະເທດຕ່າງໆປະຈຳ ຢູ່ຫວຽດນາມ. ບັນດາລາຍການສິລະປະຂອງບັນດາຄະນະສາກົນ ກໍ່ລ້ວນແຕ່ແມ່ນບັນດາຄະນະສິລະປະກອນແຖວໜ້າ, ເຂົາເຈົ້າໄດ້ມາແນະນຳບັນດາລາຍການທີ່ປະທັບໃຈ ແລະ ເປັນເອກະລັກ”.
       ທ່ານ ອາມາດູ ມາຕາ ເມີບາວ ອະດີດຜູ້ອຳນວຍການໃຫຍ່ Unesco, ໃນການແວ່ຢ້ຽມຢາມ ເຫວ້ ເມື່ອປີ 1981 ໄດ້ໃຫ້ຂໍ້ສັງເກດວ່າ:         ເຫວ້ ແມ່ນບົດກາບກອນກ່ຽວກັບສະຖາປັດຕະຍາກຳ ຕົວເມືອງທີ່ໂດດເດັ່ນ, ເຫວ້ແມ່ນນະຄອນແຫ່ງຄວາມກົມກ່ຽວຢ່າງເຕັມສ່ວນ. ຄຳເວົ້າດັ່ງກ່າວສ່ວນໃດສ່ວນໜຶ່ງ ໄດ້ຢັ້ງຢືນຄຸນຄ່າຂອງ ເຫວ້ ເຊິ່ງແມ່ນດິນແດນ ແຫ່ງມໍລະດົກ. ການຄົ້ນຫາ ເຫວ້ ແມ່ນຄົ້ນຫາສິ່ງທີ່ບໍ່ມີຍາມທີ່ຈະສິ້ນສຸດ, ຍ້ອນເຫດນີ້ເອງ ເຫວ້ ຍາມໃດກໍ່ແມ່ນສິ່ງທີ່ໃໝ່ອ່ຽມ. ພິເສດເມື່ອເຂົ້າຮ່ວມວຽກງານ Festival ເຫວ້ ກໍ່ແມ່ນໂອກາດທີ່ດີ ເພື່ອໄດ້ຊອກຮູ້ບັນດາຄຸນຄ່າທີ່ເປັນເອກະລັກຂອງ 5 ມໍລະດົກ ເຊິ່ງໄດ້ຮັບການຮັບຮອງຈາກ Unesco.
       Festival ເຫວ້ 2020 ດ້ວຍບັນດາຄວາມເປັນເອກະລັກສະເພາະ, ໃໝ່ອ່ຽມ ແລະ ດູດດື່ມ ໝັ້ນໝາຍຈະເປັນສະຖານທີ່ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ເຫັນປະຈັກຕາສີສັນວັດທະນະທຳພື້ນເມືອງ ແລະ ວັດທະນະທຳທັນສະໄໝ ພ້ອມທັງໄດ້ຮັບຊົມບັນດາລາຍການສະແດງສິລະປະ, ວັດທະນະທຳທີ່ເປັນເອກະລັກ ນີ້ແມ່ນໂອກາດ ເພື່ອໃຫ້ແຂກທ່ອງທ່ຽວທັງຫຼາຍຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດ ຂອງເຂດຕົວເມືອງທີ່ເກົ່າແກ່ ແຕ່ຍັງຄົງມີຄວາມງາມ, ອະລິຍະທຳ ຂອງມໍລະດົກຂຽວ ແລະ ສວຍງາມ.
 (ແຫຼ່ງຄັດຈາກ VOV)


top