ຕອນຄ່ຳວັນທີ 01 ພຶດສະພາ, ງານ Festival ອາຊີບຫັດຖະກຳເຫ້ວຄັ້ງທີ 8 - ປີ 2019 ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງອາຊີບຫວຽດ” ຖືກອັດລົງຢູ່ສະໜາມຫລວງ ກວ໊ກຮອັກ, ນະຄອນ ເຫ້ວ.
ງານ Festival ອາຊີບຫັດຖະກຳເຫ້ວ
ຖືກດຳເນີນມາແຕ່ວັນທີ 26 ເມສາ, ງານ Festival ອາຊີບຫັດຖະກຳ ເຫ້ວ 2019 ໄດ້ດຶງດູດ 16 ກຸ່ມອາຊີບ, ດ້ວຍ 60 ໝູ່ບ້ານອາຊີບ ແລະ ນັກສິລະປະການປະຊາຊົນ, ນັກສິລະປະການດີເດັ່ນ, ສີມືອັນຄ່ອງແຄ້ວກ່ວາ 350 ຄົນ ທີ່ມາຈາກບັນດາໝູ່ບ້ານທີ່ມີຊື່ສຽງຢູ່ພາຍໃນປະເທດຄື: ຮ່າຢາງ, ຮ່ວາບີ່ງ, ຮ່າໂນ້ຍ, ທ໊າຍບີ່ງ, ຮ່ານາມ, ເລິມດົ່ງ, ເທື່ອທຽນເຫ້ວ…ສິ່ງທີ່ເປັນໜ້າສົນໃຈໃນງານ Festival ອາຊີບຫັດຖະກຳເຫ້ວ ມີການເຂົ້າຮ່ວມຂອງນັກສິລະປະການ 70 ຄົນທີ່ມາຈາກ 7 ນະຄອນສາກົນ ມີການພົວພັນແຮກສ່ຽວ, ຮ່ວມມືກັບ ເຫ້ວ ແລະ ສະຫະສະມາຄົມອາຊີບ, ວິສາຫະກິດ 3 ແຫ່ງທີ່ມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ຕວກກີ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນດັງແທ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ເຫ້ວ, ຮອງຫົວໜ້າຄະນະຈັດຕັ້ງງານ Festival ອາຊີບຫັດຖະກຳເຫ້ວ 2019 ຢືນຢັນວ່າ:
ງານ Festival ອາຊີບຫັດຖະກຳເຫ້ວ 2019 ມີການເຄື່ອນໄຫວອຸດົມສົມບູນ, ຈັບອົກຈັບໃຈຫລາຍຢ່າງຄື: ງານບຸນເສື້ອຍາວ, ງານບຸນດອກໄມ້ໝູ່ບ້ານອາຊີບ, ງານບຸນບອນລູນກໍ່ຄືບັນດາລາຍການວັດທະນະທຳວົງຄະນະຍາດ ທີ່ໄດ້ແນະນຳສີສັນວັດທະນະທຳເຫ້ວ, ສິ່ງຍອດຍິ່ງຂອງອາຊີບຫັດຖະກຳ ຫວຽດນາມ. ການນຳນະຄອນເຫ້ວ ແລະ ຄະນະຈັດຕັ້ງງານ Festival ມີຄວາມປາດຖະໜາ ແລະ ຈະມານະຍາຍາມປະຕິບັດງານ Festival ອາຊີບຫັດຖະກຳ ເຫ້ວ ໃຫ້ນັບມື້ນັບໄດ້ຮັບການຢັ້ງຢືນເຄື່ອງໝາຍການຄ້າທີ່ມີຄຸນນະພາບກ່ວາ ແລະ ເປັນມືອາຊີບກ່ວາ, ໄດ້ຮັບຄວາມສົນໃຈ ແລະ ເຫັນດີສະໜັບສະໜູນຈາກພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວສາກົນ.
ງານFestival ອາຊີບຫັດຖະກຳເຫ້ວ ຈັດຕັ້ງປະສົບຜົນສຳເລັດໄດ້ປະກອບສ່ວນປະຕິບັດຄາດໝາຍສ້າງນະຄອນເຫ້ວສົມເປັນນະຄອນວັດທະນະທຳ ອາຊຽນ, ນະຄອນ Festival ທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)