ຄ່ານິຍົມການລ້ຽງໄກ່ໂຊຂອງຊາວຮ່າໂນ້ຍ

ແຕ່ລະຕອນເຊົ້າວັນອາທິດຂອງສັບປະດາທີສອງຂອງເດືອນ, ທາງຮ່ອມນ້ອຍເລກທີ 456 ຂອງຖະໜົນຮວ່າງຮວາຖ໋າມ ໄດ້ ກາຍເປັນຈຸດນັດພົບຂອງບັນດາຜູ້ທີ່ມີຄ່ານິຍົມໄກ່ໂຊ. ເຂົ້າເຈົ້າ ເຕົ້າໂຮມກັນຢູ່ທີ່ນີ້ເພື່ອ “ອວດອ້າງ” ໄກ່ທີ່ເປັນທີ່ສຸດຂອງຕົນ ແລະ ກໍ່ທັງເປັນການແລກປ່ຽນບົດຮຽນກ່ຽວກັບວິທີການລ້ຽງ ແລະ ການດູແລ. 
ພັນໄກ່ລ້ຽງເພື່ອເປັນໄກ່ໂຊປົກກະຕິຈະເປັນໄກ່ “ແຈ້” ໃນນັ້ນຈະມີໄກ້ແຈ້ ເຕິນເຈົາ (ອານຢາງ) ໄດ້ຮັບຄວາມນິຍົມຊົມຊອບຫລາຍກວ່າປະເພດອື່ນ. ແນວພັນໄກ່ດັ່ງກ່າວມີຮູບຊົງ ພາຍນອກຄ້າຍຄືກັນກັບໄກ່ປ່າແຕ່ໂຕນ້ອຍກວ່າ, ໂຕຜູ້ມີນ້ຳ ໜັກສູງສຸດແມ່ນ ປະມານ 800-900 ກຼາມ, ສ່ວນໄກ່ແມ່ມີນຳ້ໜັກປະມານ 700-800 ກຼາມ.


ສຳລັບຜູ້ທີ່ມີຄວາມນິຍົມຊົມຊອບຫລິ້ນໄກ່ໂຊຢ່າງຫມົດຈິດຫມົດໃຈ, ການເລືອກເຟັ້ນ ແລະ ປະສົມພັນແມ່ນສຳຄັນທີສຸດ, ເພາະມັນແມ່ນປັດໄຈຕັດສິນການສ້າງຄວາມແຕກຕ່າງລະ ຫວ່າງ “ໄກ່ສຸດຮັກ” ຂອງຕົນກັບໄກ່ໂຊໂຕອື່ນຂຶ້ນມາ.


ໄກ່ໂຊໄດ້ຖືວ່າເປັນປະເພດສັດທີ່ຮັກສຸດຂອງເຈົ້າຂອງຜູ້ລ້ຽງ. 


ໄກ່ໂຊສີລາຍໝົ່ນ.


ໄກ່ໂຊສີແດງທວນໄຟ


ໄກ່ໂຊສີເຫລືອງເຂັ້ມ, ເປັນສີທີ່ແປກໃຫມ່ຂອງເຊຶ້ອໄກ່ແຈ້ຢູ່ເຕີນເຈົາ (ແຂວງອານຢາງ).


ໄກ່ໂຊສີຂາວດອ່ນ.


ໄກ່ໂຊສີເຫືອງເຂັ້ມ.


ໄກ່ໂຊກຳລັງຄວາງສາມາດທີ່ມີຮູບຊົງຄ້າຍຄືໜວດ.


ການມີຂົນຍາວ, ອ່ອນ ແລະ ເຫລື້ອມເປັນໄກ່ໂຊທີ່ຜູ້ຫລີ້ນມັກຮັກຫລາຍ.


ໄກ່ໂຊທີ່ລ້ຽງສ່ວນຫລາຍແມ່ນໄກ່ໂຕຜູ້ ສະນັ້ນມີຫລາຍ ຄັ້ງຈີ່ງບໍ່ປະຊະຈາກໄດ້ການຕີກັນ


ໄກ່ໂຊໄດ້ຖືກຄັງໄວ້ໃນຊຸ່ມເພື່ອແຍກຫ່າງອອກຈາກກັນ.


ໄກ່ໂຊສີແດງທວນໄຟກຳລັງອວດໂຕ.

ດ້ວຍຮູບຮ່າງມີວາດມີຊົງທີ່ມີຂອງຕົນ, ດັ່ງນັ້ນໂຕໄກ່ຜູ້ມັກຈະ ຖືກຄັດເລືອກເພື່ອລ້ຽງເປັນໄກ່ໂຊ. ນອກຈາກນັ້ນ, ໄກ່ຕ້ອງສະ ໜອງໄດ້ປັດໃຈກ່ຽວກັບສີສັນ ແລະ ຂົນນຳອີກ. ໄກ່ໂຕງາມຕ້ອງມີນ້ຳໜັກໜ້ອຍກວ່າ 1 ກິໂລກຼາມ, ຫົວນ້ອຍ, ສົບສັ້ນ, ຕາໃສລອກແລັກ, ຫາງຍາວ ແລະ ກົ່ງລົງດິນ, ລຳຕົວສັ້ນພໍສົມ ຄວນ, ເອິກກວ້າງ. ປີກໄກ່ສອງເບື້ອງພືອອກປົກເອົາ 2/3 ຂອງ ສ່ວນຕີນ, ຂົນກ້ຽງ, ເຫຼື້ອມເງົາງາມ ແລະ ປົກຄຸມທົ່ວລຳຕົວ.

ການລ້ຽງໄກ່ໂຊຮຽກຮ້ອງຜູ້ລ້ຽງຕ້ອງມີເງື່ອນໄຂດ້ານເວລາ ແລະ ການເງິນ, ມີຄວາມຮັກມັກ, ມີຄວາມເຂົ້າໃຈ ແລະ ມີຄວາມຊຳນານ. ເບິ່ງວິທີທີ່ເຈົ້າຂອງດູແລໄກ່ ແລະ ສະແດງ ຄວາມຖະນຸຖະໜອມໄກ່ຈຶ່ງເຂົ້າໃຈໄດ້ເຖິງຄວາມພິຖີພິຖັນ ຂອງຄົນນິຍົມລ້ຽງໄກ່ໂຊດັ່ງກ່າວ.
ປະຕິບັດ: ເຈີ່ນແທງຢາງ

top