ຄົ້ນຫາ ເວີນລອງ

ນອນຢູ່ໃຈກາງຮ່ອມພູ, ອ້ອມຮອບດ້ວຍພູຫີນປູນທີ່ມີຮູບຊົງ ຕ່າງປະຫຼາດ, ເຂດດິນນຳ້ຖ້ວມ ເວີນລອງ, ຂຶ້ນກັບເມືອງ ຢາວຽນ, ນິງບິ່ງ ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ໜ້າຈັບໃຈ ສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.
ປີ 1960, ຄັນຄູເສັ້ນໜຶ່ງຍາວກວ່າ 30 ກິໂລແມັດ ໄດ້ກໍ່ສ້າງຂຶ້ນຢູ່ເບື້ອງຊ້າຍຂອງແມ່ນຳ້ ໄດ໋ ຊຶ່ງເຮັດໃຫ້ ເວີນລອງ ກາຍເປັນ ເຂດດິນນຳ້ຖ້ວມ ມີເນື້ອທີ່ກວ້າງເຖິງ 3.500 ເຮັກຕາ ນອນ ຢູ່ບໍລິເວນ 7 ຕາແສງຂອງເມືອງ ຢາວຽນ. ຫຼັງຈາກເປີດບໍລິການ ທ່ອງທ່ຽວເມື່ອປີ 1998, ເວີນລອງ ກາຍເປັນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈຂອງແຂວງ ນິງບິ່ງ. ແຕ່ເດືອນ ພຶດສະພາເຖິງເດືອນກັນຍາຂອງແຕ່ລະປີ, ເວີນລອງ ດຶງດູດໄດ້ນັກທ່ອງ ທ່ຽວມາຢ້ຽມຊົມ “ອ່າວ ຮ້າລອງ ເທິງບົກ” ຂອງ ນິງບິ່ງ ນັບເປັນ ຈຳນວນຫຼວງຫຼາຍ. 

 ເຂດອະນຸລັກຮັກສາທຳມະຊາດນຳ້ຖ້ວມ ເວີນລອງ ສ້າງຕັ້ງປີ 1999 ແລະ ເປັນສະຖານທີ່ສ້າງ 2 ສະຖິຕິຂອງສູນກາງ ປື້ມສະຖິຕິ ຫວຽດນາມ ປີ 2010; ເປັນບ່ອນມີຈຳນວນ ວອກກວ່ນດຸ່ຍຈັງ (Trachypithecus delacouri) ຫຼາຍທີ່ສຸດ ແລະ ເປັນບ່ອນມີຮູບແຕ້ມທຳມະຊາດໃຫຍ່ທີ່ສຸດ. ພາບ: ກົງດາດ

ດ້ວຍເນື້ອທີ່ໜ້ານຳ້ ກວ້າງ 3.500 ເຮັກຕາ, ການທ່ອງທ່ຽວ ເວີນລອງ ດ້ວຍທາງນຳ້ໄດ້ຂຸດຄົ້ນແຕ່ປີ 1998.
ໃຊ້ເວລານັ່ງເຮືອ 2 ຊົ່ວໂມງ, ນັກທ່ອງທ່ຽວຈະໄດ້ຊົມເບິ່ງທິວທັດທຳມະຊາດ

ທີ່ກວ້າງໃຫຍ່ໄພສານຂອງເຂດດິນນຳ້ຖ້ວມ ເວີນລອງ.​ ພາບ: ຫງວຽນຖັ໋ງ


ໃນໄລຍະເວລາແຕ່ເດືອນພຶດສະພາເຖິງເດືອນມິຖຸນາ,​ ເທິງໜ້ານຳ້ ເວີນລອງ
ເຕັມໄປດ້ວຍສີບົວຂອງດອກບົວ. ພາບ: ກວິ່ງແອງ


.
..ແລະ ກໍ່ເປັນລະດູດອກບົວຂີ້ແບ້ອອກດອກ. ພາບ: ແທງຮວ່າ

ເວີນລອງກໍ່ສາມາດກາຍເປັນສວນນົກແຫ່ງໜຶ່ງຍ້ອນມີນົກ 62 ຊະນິດ, 32 ຕະກຸນນົກ, 12 ຊຸດ ແລະ
ປະຈຸບັນ ມີນົກຍາງ ຫຼາຍຊະນິດເກືອບ 300 ໂຕ ກຳລັງທຳມາຫາກິນຢູ່ທີ່ນີ້. ພາບ: ຮ່ວາງຮ່າ


ມາຍັງ ເວີນລອງ,​ ນັກທ່ອງທ່ຽວຈະໄດ້ຮັບຊົມທັດສະນີຍະພາບ ທີ່ກວ້າງໃຫຍ່ໄພສານ, ລະບົບຊາດໄມ້,
ສັດສາວາສິ່ງ ທີ່ຫຼາກຫຼາຍຊະນິດ. ພາບ: ແທງຢາງ


ຕາມການພິຈາລະນາທີ່ຫຼ້າສຸດ, ເຂດອະນຸລັກຮັກສາທຳມະຊາດເວີນລອງ ເປັນທີ່ຢູ່ອາໄສຂອງ
ວອກກວ່ນດຸ່ຍຈັງ (
Trachypithecus delacouri) ທີ່ຫາຍາກເກືອບ 100 ຊະນິດ. ພາບ: ຫງວຽນຖັ໋ງ


ເວີນລອງ ເປັນບ່ອນທີ່ໄດ້ຖືແມ່ນ ອ່າວ ຮ້າລອງ ເທິງບົກ ດ້ວຍພູຫີນປູນທີ່ມີຮູບຊົງຕ່າງປະຫຼາດ
ເກີດຂຶ້ນເທິງໜ້ານຳ້. ພາບ: ຫງວຽນຖັ໋ງ


ນັກທ່ອງທ່ຽວເຄື່ອນຍ້າຍຂ້າມຜ່ານຖ້ຳຫຼາຍແຫ່ງທີ່ມີຫີນຍ້ອຍ
ສວຍງາມດ້ວຍເຮືອສະເພົາ. ພາບ: ທົງທ້ຽນ


ນັກທ່ອງທ່ຽວຊົມເບິ່ງທັດສະນີຍະພາບທີ່ສວຍງາມຂອງ ເວີນລອງ ເທິງເຮືອສະເພົາ. ພາບ: ຮ່ວາງຮ່າ

ພູຫີນປູນຫຼາຍໜ່ວຍມີຮູບຊົງແຕກຕ່າງກັນຄື: ພູແມ່ວກ່າວ, ພູເມີມຊົຍ, ພູຮ່ອມແຊກ, ພູດາບ່ານ
ແລະ ອື່ນໆ​ ຂຶ້ນກັບຄວາມ
ສຳນຶກຂອງນັກທ່ອງທ່ຽວ. ພາບ: ຈີ້ງໂປ້


ຢູ່ ເວີນລອງ, ນອກຈາກລະບົບນິເວດທຳມະຊາດສ່ວນຫຼາຍ ແມ່ນດິນນຳ້ຖ້ວມ ແລະ ປ່າ, ຍັງມີລະບົບທົ່ງນາ,
ຫຍ້າ, ໄຮ່ ແລະ ໝູ່ບ້ານອີກດ້ວຍ. ພາບ: ຈີ້ງໂປ້


ເຮືອສະເພົາໄດ້ຊາວທ້ອງຖິ່ນນຳໃຊ້ເປັນພາຫະນະເຄື່ອນຍ້າຍ, ຫາປາຢູ່ເທິງເຂດດິນນຳ້ຖ້ວມ, ຫຼັງຈາກ ເວີນລອງ ພັດທະນາ ບໍລິການທ່ອງທ່ຽວທຳມະຊາດ, ມີເຮືອສະເພົາ 400 ລຳໄດ້ນຳໃຊ້ເພື່ອຂົນສົ່ງນັກທ່ອງທ່ຽວ. ພາບ: ຈ້ອງຈິງ


ດ້ວຍການທ່ອງທ່ຽວ ເວີນລອງ ໃນເວລາ 2 ຊົ່ວໂມງ, ນັກທ່ອງທ່ຽວພຽງແຕ່ເສຍຜູ້ໜຶ່ງ 75.000 ດົ່ງ ແລະ
ນີ້ ກຳລັງເປັນບໍລິການນຳມາລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດ
ດິນນຳ້ຖ້ວມແຫ່ງນີ້. ພາບ: ຈ້ອງຈິງ

ເປັນເຂດອະນຸລັກຮັກສາທຳມະຊາດດິນນຳ້ຖ້ວມ ທີ່ມີເນື້ອທີ່ ກວ້າງທີສຸດຂອງເຂດທົ່ງພຽມແມ່ນຳ້ແດງ, ເວີນລອງ ກໍ່ເປັນ ທີ່ຢູ່ອາໄສຂອງຊາດໄມ້, ສັດສາວາສິ່ງ, ຊັບພະຍາກອນທາງນຳ້ຫຼາຍຊະນິດ. ນັ່ງຢູ່ເທິງເຮືອສະເພົາໂດຍຊາວບ້ານ ເວີນລອງ ເປັນຜູ້ພາຍ, ນັກທ່ອງທ່ຽວທັງໄດ້ຮັບຟັງກ່ຽວກັບປະຫວັດສາດ, ວັດທະນະທຳຂອງແຜ່ນດິນແຫ່ງນີ້, ທັງໄດ້ຊົມເບິ່ງນົກຫຼາຍໂຕ ທີ່ສວຍງາມ ແລະ ຄວາມສວຍສົດງົດງາມ, ສະຫງົບສຸກ ຂອງເຂດຊົນນະບົດອີກດ້ວຍ.
ປະຈຸບັນ, ເວີນລອງ ມີຊາດໄມ້ 457 ຊະນິດ, ໃນນັ້ນ ມີ 8 ຊະນິດໄດ້ມີຊື່ໃນປື້ມແດງ ຫວຽດນາມ ຄື: ລາດຮວາ (Chukrasia tabularis), ວ້ານເຕວ ໃບກວ້າງ (Cycas revolute), ຊັງ ( Melientha suavis), ແປກໂປ້ (Stemonaceae), ກົດຕວາຍໂປ (Drynaria fortunei), ມາຕ່ຽນຮວາຕານ (Strychnos umbellate). ໃນຈຳນວນສັດ 39 ຊະນິດຢູ່ ເວີນລອງ, ມີຫຼາຍຊະນິດທີ່ລຳ້ຄ່າຫາຍາກຄື: ວອກກວ່ນດຸ່ຍຈັງ (Trachypithecus delacouri), ເງົາເຫງື້ອ (Ursus thibetanus), ໂຕເຍື່ອງ, ບາວເງິມ (Neofelis nebulosa), ລີງໜ້າແດງ, ບາວຮວາມາຍ (Panthera pardus) ແລະ ອື່ນໆ.
ປະຕິບັດໂດຍ: ສະໂມສອນຖ່າຍພາບວິນາທີຄຳ (ຂ່າວພາບ ຫວຽດນາມ)

top