ຂ່າວສານ

ຄົ້ນພົບສິ່ງໃໝ່ຢູ່ຖ້ຳ ເຊີນດ່ອງ - ຖ້ຳກວ້າງໃຫຍ່ກວ່າໝູ່ໃນໂລກ

ເຖິງວ່າມີ 350 ຖ້ຳຢູ່ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ແລະ 20 ຖ້ຳອື່ນຢູ່ເຂດໃກ້ຄຽງໄດ້ຮັບການສຳຫຼວດ, ແຕ່ນັ້ນພຽງແຕ່ແມ່ນສ່ວນໜຶ່ງຂອງເຂດດັ່ງກ່າວ.


ປະກາດການຄົ້ນພົບສິ່ງໃໝ່ຢູ່ຖ້ຳ ເຊີນດ່ອງ

(ພາບ: cand.com.vn)

ນັ້ນແມ່ນຄຳຢືນຢັນຂອງກຸ່ມດຳນ້ຳພະຈົນໄພສັງກັດສະມາຄົມຖ້ຳລາຊະວົງອັງກິດ (BCRA) ພາຍຫຼັງວິວັດການຄົ້ນຫາຢູ່ແມ່ນ້ຳໃຕ້ດິນໃນຖ້ຳເຊີນດ່ອງ ເຊິ່ງເລີ່ມແຕ່ວັນທີ່ 01 – 04 ເມສາ. ຈຸດປະສົງຂອງກຸ່ມນັກດຳນ້ຳພະຈົນໄພນີ້ແມ່ນຊອກຫາຖ້ຳໃນພື້ນນ້ຳຕອນທີ່ເຊື່ອມຕໍ່ລະຫວ່າງຖ້ຳເຊີນດ່ອງ ແລະ ຖ້ຳ ທູງ ທີ່ຢູ່ຫ່າງກັນ 600ມ, ແຕ່ບັນດານັກຊ່ຽວຊານພັດພົບເຫັນລະບົບຖ້ຳເລິກລົງໄປໃນພື້ນດິນ 60 ມ ແລະ ຍິ່ງເລິກລົງໄປເທົ່າໃດຖ້ຳຍິ່ງກວ້າງອອກ. ດ້ວຍການພົບເຫັນຖ້ຳໃໝ່ນີ້, ຟອງຍາ - ແກ໋ບ່າງ ຄົງຈະແມ່ນໂລກທີ່ລຶກລັບສຳລັບບັນດານັກພະຈົນໄພເພື່ອຄົ້ນຫາໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

top