ທ່ອງທ່ຽວ

ຄົ້ນພົບສິ່ງຂອງມີຄ່າ ໃນພະລາຊະວັງ ທັງລອງ

ຫວ່າງ​ມໍ່ໆ ​ມາ​ນີ້, ສູນ​ອະນຸລັກ​ຮັກສາ​ ມໍລະດົກ ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ ສະ​ຖາ​ບັນ​ຄົ້ນ​ຄວ້າ ກຳແພງເມືອງ ຈັດ​ຕັ້ງ​ງານ​ວາງສະ​ແດງ “ສິ່ງຂອງມີຄ່າ ​ພະ​ລາຊະ​ວັງ ທັງລອງ​ເພື່ອ​ແນະນຳ ສູ່ມວນຊົນ ​ບັນດາ​ວັດຖຸ​ພັນ​ ທີ່ເປັນຕົວແທນ ແລະ ພິເສດທີສຸດ ທີ່​ໄດ້​ຂຸດ​ຄົ້ນ​ຢູ່ ກຳແພງທັງລອງ ນັບແຕ່ປີ  2002 ຈົນເຖິງປັດຈຸບັນ.

ຫວ່າງ​ມໍ່ໆ ​ມາ​ນີ້, ສູນ​ອະນຸລັກ​ຮັກສາ​ ມໍລະດົກ ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ ສະ​ຖາ​ບັນ​ຄົ້ນ​ຄວ້າ ກຳແພງເມືອງ ຈັດ​ຕັ້ງ​ງານ​ວາງສະ​ແດງ “ສິ່ງຂອງມີຄ່າ ​ພະ​ລາຊະ​ວັງ ທັງລອງ​ເພື່ອ​ແນະນຳ ສູ່ມວນຊົນ ​ບັນດາ​ວັດຖຸ​ພັນ​ ທີ່ເປັນຕົວແທນ ແລະ ພິເສດທີສຸດ ທີ່​ໄດ້​ຂຸດ​ຄົ້ນ​ຢູ່ ກຳແພງທັງລອງ ນັບແຕ່ປີ  2002 ຈົນເຖິງປັດຈຸບັນ.


ໄດ້ຮັບການກໍ່ສ້າງ ​ແລະ ບູລະນະ​ດ້ວຍ​ຫຼາຍ​ລາຊະວົງ, ກຳແພງ ທັງລອງ - ຮ່າ​ໂນ້ຍ ມີ​ຄຸນຄ່າທາງ​ວັດທະນະທຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ຫຼາກ​ຫຼາຍ​, ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ ​ແລະ ປະສົມປະ ສານ ກັບ​ບັນດາພື້ນຖານ​ວັດທະນະທຳ​ໃຫຍ່​ຢູ່ ​ອາຊີ. ຜ່ານຜ່າ​ການ​ຜັນ​ແປ​ໄປປ່ຽນແປງ​ຫຼາຍ​ຢ່າງ​ຂອງ​ປະຫວັດສາດ, ຄວາມ​ຊົງ​ຈຳທີ່ຮຸ່ງເຮືອງ ກ່ຽວກັບນະຄອນຫຼວງ ທັງລອງ ພຽງໄດ້ຖືກບັນທຶກໄວ້ ໃນປຶ້ມ ປະຫວັດສາດເທົ່ານັ້ນ, ຮ່ອງຮອຍວັດຖຸພັນ ທັງໝົດໄດ້ຖືກທຳລາຍ ແລະ ບໍ່​ມີ​ຢູ່​ເທິງ​ໜ້າ​ດິນອີກແລ້ວ.

 ນັບ​ແຕ່​ປີ 2002 ມາ​ຮອດ​ປັດຈຸ​ບັນ, ການ​ຂຸດ​ຄົ້ນ​ທາງບູຮານ​ຄະດີ​ຢູ່​ເຂດປູູສະນີຍະສະຖານປະຫວັດສາດນີ້ ​ໄດ້​ພົບ​ເຫັນຮ່ອງຮອຍ​ຫຼາຍຢ່າງ ຢູ່​ພື້ນ​ທີ່​ ຂອງ​ພະລາຊະ​ວັງ, ເຮືອນຕຶກ ແລະ ວັດຖຸພັນ ​ຫຼາຍ​ລ້ານ​ສິ້ນ​ ຝັງ​ຢູ່​ໃຕ້​ດິນ. ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ ວັດ​ຖຸ​ບູ​ຮານ ​ແມ່ນ​ຫຼັກ​ຖານພະຍານ ​ທີ່ມີຊີວິດຊີວາ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ຫວັດ​ສາດ​ອັນສະຫງ່າລາສີ ​ຂອງ​ ນະ​ຄອນ​ຫຼວງ ທັງລອງ ເມື່ອ​ພັນ​ປີ​ກ່ອນ​.


ຢູ່​ໃຈກາງ​ຂອງ​ເຂດ​ມໍລະດົກ, ​ການ​ຂຸດ​ຄົ້ນຄັ້ງຕ່າງໆ ​ໄດ້ເອົາຈາກ ພື້ນດິນວັດຖຸບູຮານ ນັບຫຼາຍລ້ານສິ້ນ, ​ໃນ​ນັ້ນ​ມີ​ເຄື່ອງ​ໃຊ້ສອຍ​ຫຼາຍ​ຢ່າງ​ ໃນ​ລາຊະ​ວັງ ​ທັງ​ລອງ, ລວມມີ​ເຄື່ອງປັ້ນດິນ​ເຜົາ, ​ເຄື່ອງ​ໂລຫະ, ​ເຄື່ອງ​ໄມ້, ​ເຄື່ອງ​ແກ້ວ ​ແລະ ວັດຖຸ​ພັນ ທີ່ມີ​ຄ່າ​ອື່ນໆ ອີກຫຼາຍຢ່າງ...

ການຄົ້ນພົບທີ່​ສຳຄັນ ​ແລະ ມີຄຸນຄ່າຫຼາຍກວ່າ​ໝູ່​ ແມ່ນ​ບັນດາຊຸດ ສະສົມ​ເຄື່ອງ​​ໂລຫະ​ ທີ່ມີ​ຄ່າ ​ແລະ ​ບັນດາເຄື່ອງ​ປັ້ນດິນ​ເຜົາ​ຊັ້ນ​ສູງ ທີ່ຜະລິດໂດຍ “ລໍ່ກວານ” ທັງລອງ (ເຕົາເຜົາຮັບໃຊ້ສະເພາະ ໃນພະລາຊະວັງ) ເພື່ອ​ຮັບ​ໃຊ້​ກະສັດ, ມະເຫສີ, ພະບໍລົມ ວົງສານຸວົງ ແລະ ​ການ​ເຄື່ອນ​ໄຫວຕ່າງໆ ​ຂອງ​ລາຊະວົງ. ຕົວຢ່າງ: ຖ້ວຍດິນເຜົາ ເຄືອບສີຂາວບາງໆ ທີ່ປະດັບປະດາ ຮູບມັງກອນ ແລະ ຕົວໜັງສື ກວານ () ເຊິ່ງເປັນວັດຖຸທີ່ລໍ້າຄ່າແຫ່ງຊາດ ທີ່ວາງສະແດງຢູ່ທີ່ນີ້, ມັນເຮັດໃຫ້ພວກເຮົາຮູ້ເຖິງ ລະດັບເຕັກນິກການຜະລິດ, ກ່ຽວກັບ ຄວາມງາມສະຫງ່າ ແລະ ສູງສັກ ຂອງ ເຄື່ອງປັ້ນດິນເຜົາ ທີ່ໃຊ້ໃນພະລາຊະວັງ ສະໄໝລາຊະວົງ ເລເຊີ ໂດຍ ລໍ່ກວານ ທັງລອງ ເປັນຜູ້ຜະລິດ. 

 ນີ້​ແມ່ນ​ຮູບ​ພາບ ​ທີ່​ຫາ​ຍາກ ​ແລະ ​ເປັນ​ເອກະລັກ​​ທີ່​ສຸດ​ ໃນຈຳນວນ​ເຄື່ອງ​ປັ້ນດິນ​ເຜົາ​ ທີ່​ໃຊ້​ໃນ​ພະລາຊະ​ວັງ​ ທັງລອງ ​ແລະ ​ແມ່ນ​ຮູບ​ພາບ​ທີ່​ຈະ​ແຈ້ງ ​ແລະ ຊວນ​ເຊື່ອ​​ທີ່​ສຸດ ​ໃນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ສາ ມາດ ​ແລະ ລະດັບເຕັກນິກ ການປັ້ນດິນເຜົາ ຂອງ ​ຫວຽດນາມ ​ໃນ​ປະຫວັດສາດ.

ການປະສົມປະສານ ຂອງວິທີການສະແດງ ແບບຄົງທີ່ ແລະ ແບບເຄື່ອນທີ່, ໂດຍໃຊ້ເຕັກໂນໂລຊີ ການສາຍພາບ 3D, ໄດ້ສ້າງ ຄວາມດຶງດູດຈັບໃຈ, ຊ່ວຍໃຫ້ຜູ້ຊົມ ມີຄວາມຮູ້ສຶກ ຢ່າງເຕັມທີ່ ກ່ຽວກັບຄວາມງາມ ແລະ ຄຸນຄ່າພິເສດ ຂອງ ຊັບສົມບັດ ທີ່ລໍ້າຄ່າ ໃນພະລາຊະວັງ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ ປະກອບດ້ວຍ 3 ພື້ນ​ທີ່​ຄື: ພື້ນທີ່ແນະນຳ ວັດຖຸພັນ ສະໄໝ ລາຊະວົງ ເຈິ່ນ, ພື້ນທີ່ແນະນຳວັດຖຸພັນ ສະໄໝ ລາຊະວົງ ເລເຊີ, ມາກ, ເລຈູງຮຶງ ແລະ ເຂດ​ນອກ ​ເພື່ອ​ສ້າງ​ຈຸດ​ເດັ່ນ​ດ້ວຍ​ບັນດາ​ວັດຖຸພັນ​ ທີ່​ໄດ້​ນຳ​ສະ​ເໜີ​ ຕໍ່​ສາທາລະນະ​ຊົນ ​ເປັນ​ຄັ້ງ​ທຳ​ອິດ.

ໃນ​ງານ​ວາງສະ​ແດງ, ​ເຄື່ອງ​ປັ້ນດິນ​ເຜົາ ທີ່ເປັນຕົວແທນ​ ແລະ ເປັນເອກະລັກ​ ຈຳນວນ​ໜຶ່ງ, ​ເຊິ່ງຕາງໜ້າ​ໃຫ້​ບັນດາ​ເຄື່ອງ​ໃຊ້ສອຍ​ຢູ່ໃນ​ພະລາຊະ​ວັງ ທັງລອງ ​ໄດ້​ຮັບ​ການ​ບຸລິມະສິດ ​​ແນະນຳ. ນີ້​ແມ່ນບັນດາ​ເຄື່ອງ​ໃຊ້ສອຍ​ ທີ່​ຂາດ​ບໍ່​ໄດ້ ແລະ ​ມີ​ບົດບາດ​ສຳຄັນ​ຫຼາຍ​ໃນ​ຊີວິດ​ຂອງ​ພະ​ລາຊະ​ວັງ, ນັບ​ແຕ່​ຊີວິດ​ປະຈຳ​ວັນ ​ເຖິງ​ງານ​ລ້ຽງ​ຂອງ​ກະສັດ ແລະ ລາຊະວົງ ໃນໂອກາດ​ວັນ​ບຸນ​ໃຫຍ່, ວັນ​ຄ້າຍ​ວັນ​ເກີດ​ ຫຼື ວັນຂຶ້ນຄອງລາດຂອງ​ກະສັດ...







ນອກຈາກນັ້ນ, ສະຖານທີ່ວາງສະແດງ ຍັງມີເອກະລັກສະເພາະ ແລະ ໂດດເດັ່ນຍິ່ງຂຶ້ນ ດ້ວຍບັນດາຮູບພາບ ທີ່ຖືກເປີດສາຍ ຢູ່ເທິງ ຝາຜະໜັງ, ຊຶ່ງຟື້ນຄືນໃໝ່ຫໍວັງ ລາຊະວົງ ຫຼີ ແລະ ຝາຜະໜັງ ອ້ອມຮອບທີ່ສະແດງໃຫ້ເຫັນຄວາມງາມ ຂອງ ສີ່ລະດູ ໃນວັງເກົ່າ.

ຈຸດ​ພິ​ເສດ​ຂອງ​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ຄັ້ງ​ທຳ​ອິດ, ​ເຕັກ​ໂນ​ໂລ​ຊີ​ການສາຍພາບ 3D Mapping ​ໄດ້​ຈຳ​ລອງ​ບັນດາ​ລວດລາຍ​ທີ່​ເປັນ​ເອກະລັກ​ ຂອງ ວັດຖຸພັນ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ສາມາດ​ເຫັນໄດ້ ຄວາມ​ງາມສະຫງ່າ ແລະ ສູງສັກ​ ຂອງ​ເຄື່ອງ​ປັ້ນດິນ​ເຜົາ ​ທີ່ນຳ​ໃຊ້​ໃນ ພະລາຊະວັງ ທັງລອງ. ການປະສົມປະສານ ຂອງວິທີການສະແດງ ແບບຄົງທີ່ ແລະ ແບບເຄື່ອນທີ່, ໂດຍໃຊ້ເຕັກໂນໂລຊີ ການສາຍພາບ 3D, ໄດ້ສ້າງຄວາມດຶງດູດໃຈ, ຊ່ວຍໃຫ້ທ່ານຜູ້ຊົມ ມີຄວາມຮູ້ສຶກ ຢ່າງເຕັມທີ່ ກ່ຽວກັບຄວາມງາມ ແລະ ຄຸນຄ່າພິເສດ ຂອງ ຊັບສົມບັດ ທີ່ລໍ້າຄ່າໃນພະລາຊະວັງ.

ໄປທັດສະນະສຶກສາ ສະຖານທີ່ວາງສະແດງຕ່າງໆ, ຜູ້ຊົມສາມາດ ເຂົ້າໃຈໄດ້ສ່ວນໜຶ່ງ ກ່ຽວກັບຂໍ້ຄວາມປະຫວັດສາດ, ຄຸນຄ່າ ວັດທະ ນະທໍາ ຂອງບັນດາປະເພດວັດຖຸພັນຢູ່ທີ່ນີ້, ເຖິງແມ່ນວ່າ ບໍ່ຫຼາຍເທົ່າ ໃດ ແຕ່ບັນດາການຄົ້ນພົບ ຂອງ ຂະແໜງການ ໂບຮານຄະດີ ວິທະ ຍາ ສ່ວນໃດໜຶ່ງ ຈະຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈຫຼາຍຍິ່ງຂຶ້ນ ກ່ຽວກັບບັນດາປະເພດ ເຄື່ອງໃຊ້ສອຍ ພ້ອມກັບສີສັນ ວັດທະນະທຳ ທີ່ຫຼາກຫຼາຍຮູບແບບ ແລະ ແຕກຕ່າງ ຂອງ​ຊີ​ວິດ ​ຢູ່​ໃນ​ພະ​ລາດ​ຊະ​ວັງ ທັງລອງ ໃນ​ສະ​ໄໝ​ບູ​ຮານ.

ບົດ: ຖາວວີ - ພາບ: ກົງກາດ - ແປໂດຍ: ບິກລຽນ


top