ຂ່າວສານ

ຄົ້ນພົບ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ 21 ອັດຖິ

ພາຍຫລັງປະຕິບັດການຄົ້ນພົບມາເປັນເວລາ 5 ເດືອນ, ວັນທີ 07 ເມສາ, ທິມງານ K53 ແຂວງ ກອນຕຸມ ໄດ້ຄົ້ນພົບ, ທ້ອນໂຮມໄດ້ອັດຖິນັກຮົບທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດງານຢູ່ 2 ປະເທດ ລາວ ແລະ ກຳປູເຈຍ 21 ອັດຖິ.

ບັນດາອັດຖິທັງໝົດໄດ້ເຕົ້າໂຮມຢູ່ເມືອງ ງອັກໂຮຍ, ແຂວງ ກອນຕຸມ

ປັດຈຸບັນ, ບັນດາອັດຖິທັງໝົດໄດ້ເຕົ້າໂຮມຢູ່ເມືອງ ງອັກໂຮຍ, ແຂວງ ກອນຕຸມ. ໃນ 21 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ທ້ອນໂຮມໃນລະດູແລ້ງ 2019 – 2020 ມີ 5 ອັດຖິໄດ້ຄົ້ນພົບໃນບໍລິເວນ 3 ແຂວງຂອງ ລາວ: ເຊກອງ, ອັດຕະປື ແລະ ຈຳປາສັກ; 16 ອັດຖິທີ່ຍັງເຫຼືອນັ້ນ ໄດ້ທ້ອນໂຮມໃນບໍລິເວນເມືອງ ຕາແວງ, ແຂວງ Rattanakiri, ປະເທດ ກຳປູເຈຍ. 21 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ທ້ອນໂຮມດັ່ງກ່າວນັ້ນ ລ້ວນແຕ່ຍັງບໍ່ທັນຮູ້ແຈ້ງຊື່ແລະນາມສະກຸນ, ກົມກອງ ແລະ ບ້ານເກີດເມືອງນອນ.
 (ແຫຼ່ງຄັດຈາກ VOV)

top