ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden ລະຫວ່າງວັນທີ 10-11 ກັນຍາ ຕາມຄຳເຊີນ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສອງປະເທດໄດ້ຍົກລະດັບ ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບ ດ້ານຢ່າງເປັນທາງການ, ເປີດໄລຍະປະຫວັດສາດໃໝ່ ຂອງ ຄວາມໄມຕີຈິດມິດຕະພາບ ແລະ ການຮ່ວມມືສອງຝ່າຍ.
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden ລະຫວ່າງວັນທີ 10-11 ກັນຍາ ຕາມຄຳເຊີນ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສອງປະເທດໄດ້ຍົກລະດັບ ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບ ດ້ານຢ່າງເປັນທາງການ, ເປີດໄລຍະປະຫວັດສາດໃໝ່ ຂອງ ຄວາມໄມຕີຈິດມິດຕະພາບ ແລະ ການຮ່ວມມືສອງຝ່າຍ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden . ພາບ: ຈີ໋ຢຸ້ງ/VNA
ກ່າວຄຳປາໄສທີ່ກອງປະຊຸມຂ່າວ ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ: “ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ ແລະ ຄວາມປາດຖະໜາ ຢາກເພີ່ມທະວີ ການຮ່ວມມືເພື່ອຈຸດໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ໃນສະພາບການໃໝ່, ທ່ານປະທານາ ທິບໍດີ Joe Biden ແລະ ຂ້າພະເຈົ້າ ໄດ້ຕາງໜ້າສອງປະເທດພວກເຮົາ, ຮັບຮອງເອົາຖະແຫຼງການຮ່ວມ, ສ້າງຕັ້ງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດ ທະນາແບບຍືນຍົງ”.
ທ່ານປະທານາທິບໍດີ ສ ອາເມລິກາ ກ່າວວ່າ ເພື່ອໃຫ້ມີຄວາມຄືບໜ້າ ໃນການພົວພັນລະຫວ່າງສອງປະເທດ ຄືໃນປັດຈຸບັນ ແມ່ນໝາກຜົນ ຂອງຄວາມມານະພະຍາຍາມ ຂອງການນຳ ແລະ ປະຊາຊົນຂອງສອງປະເທດ. ປະທານາທິບໍດີ ໄດ້ກ່າວວ່າ: “ສິບປີກ່ອນ, ເມື່ອຂ້າພະເຈົ້າດຳລົງຕຳແໜ່ງເປັນຮອງປະທານາທິບໍດີ, ສອງປະເທດພວກເຮົາ ໄດ້ບັນລຸບາດກ້າວບຸກທະລຸ ທີ່ສຳຄັນເມື່ອສ້າງການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບວິທີການ ທີ່ສອງປະເທດ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຮຳບາດແຜ ສົງຄາມທີ່ໄດ້ປະໄວ້ຜົນຢ້ອນຫຼັງ ຢ່າງໜັກໜ່ວງໃຫ້ປະເທດພວກເຮົາທັງສອງ”.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden
ເປັນສັກຂີພິຍານ ໃນພິທີມອບວັດຖຸລະນຶກ ຈາກສົງຄາມ ໂດຍບັນດານັກຮົບເກົ່າ ຂອງ ສອງປະເທດ. ພາບ: ຟວ໊ານເຕິ໋ນ/VNA
ການພົວພັນ ຫວຽດນາມ - ສ ອາເມລິກາ ໄດ້ມີການພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ ໃນທັງສາມລະດັບຄື: ສອງຝ່າຍ, ພາກພື້ນ ແລະ ສາກົນ, ພາຍຫຼັງເກືອບ 30 ປີແຫ່ງການສ້າງສາຍພົວພັນທາງການທູດ ເປັນປົກກະຕິ ແລະ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ພິເສດ, ເສດຖະກິດ, ການຄ້າ, ການລົງທຶນ ສືບຕໍ່ເປັນຈຸດທີ່ສົດໃສ ແລະ ເປັນກຳລັງແຮງ ຊຸກຍູ້ການພົວພັນສອງຝ່າຍ ດ້ວຍວົງເງິນການຄ້າສອງສົ້ນ ບັນລຸກວ່າ 123 ຕື້ ໂດລາສະຫະລັດ ໃນປີ 2022. ການຮ່ວມມືສອງ ປະເທດໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົວແປງຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ການພົບປະແລກປ່ຽນປະຊາຊົນ... ສືບຕໍ່ບັນລຸຄວາມຄືບໜ້າທີ່ສຳຄັນ.
ສອງຝ່າຍເຫັນດີເປັນເອກະສັນ ກ່ຽວກັບບັນດາທິດທາງ ແລະ ມາດຕະການ ຜັນຂະຫຍາຍຂອບເຂດໃໝ່ ຂອງການພົວພັນ ລະຫວ່າງ ສອງປະເທດ ກໍຄື ບັນດາຂົງເຂດ ຮ່ວມມືບຸລິມະສິດ ຊຶ່ງໃນນັ້ນມີ ສາ ທາລະນະສຸກ, ປະກັນສັງຄົມ, ພະລັງງານຂຽວ, ເຕັກໂນໂລຊີສູງ... ລະອຽດຄື ວິສາຫະກິດ ສອງປະເທດ ຕ້ອງສະຫງວນເວລາ, ເຫື່ອແຮງ, ສະຕິປັນຍາ, ແຫຼ່ງກຳລັງແຮງ ບູລິມະສິດ ໃນການລົງທຶນດ້ານວິທະຍາສາດ-ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ; ໂດຍສະເພາະແມ່ນການຫັນເປັນດີຈີຕອນ, ອຸດສາຫະກໍາ ເຊມິກຄອນດັກເຕີ, ການເຕີບໂຕເປັນມິດຕໍ່ສິ່ງແວດລ້ອມ, ພະລັງງານທົດແທນ, ຕ້ານການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ເສດຖະກິດ ໝູນວຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມຂັ້ນສູງ ຫວຽດນາມ - ສ ອາເມລິກາ ກ່ຽວກັບການລົງທຶນ ແລະ ປ່ຽນໃໝ່ປະດິດສ້າງ. ພາບ: ເຢືອງຢາງ/VNA
ໃນໄລຍະຈະມາເຖິງ, ສອງຝ່າຍ ຈະເພີ່ມທະວີ ການຮ່ວມມື ໃນຕ່ອງໂສ້ການສະໜອງ ເຊມິກຄອນດັກເຕີ ໂດຍຜ່ານບັນດາໂຄງການບຳ ລຸງສ້າງ ແຫຼ່ງຊັບພະຍາກອນມະນຸດ ໃຫ້ ຫວຽດນາມ, ຜ່ານນັ້ນ ຊ່ວຍໜູນ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ກາຍເປັນການປະກອບສ່ວນທ່ີສໍາຄັນ ໃນຕ່ອງໂສ້ການສະໜອງ ຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາງຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ດວ່ານທິຕວ໋ຽດຍຸງ ໄດ້ແນະນຳການວາງສະແດງຮູບຖ່າຍກັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: ເຢືອງຢາງ/VNA
ຍົກລະດັບການພົວພັນ ແມ່ນບາດກ້າວທີ່ສຳຄັນ, ເປີດໄລຍະໃໝ່ ແຫ່ງການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ. ນີ້ແມ່ນບາດກ້າວທີ່ສຳຄັນທີ່ສຸດ ຂອງທັງສອງປະເທດ, ເພາະວ່າມັນສະແດງໃຫ້ເຫັນຄວາມເຂັ້ມແຂງ ຂອງການພົວພັນ ໃນລະຫວ່າງ ທີ່ສອງປະເທດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ທີ່ມີຜົນສະທ້ອນຢ່າງໃຫຍ່ຫຼວງ ຕໍ່ອະນາຄົດ ຂອງ ພາກພື້ນ ແລະ ທົ່ວໂລກ.
ບົດ: VNP – ພາບ: VNA - ແປໂດຍ: ບິກລຽນ