ຂ່າວສານ

ຄູ່ສັດມຸງຄຸນໂຕງູ - ການປະດັບທີ່ມີລັກສະນະພິເສດຂອງ 2 ປະເທດ ຫວຽດນາມ - ລາວ

ໄລ່ຮອດວັນທີ 02 ກຸມພາ, ມີແຂກມາຢ້ຽມຊົມ ປະມານ 50.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ ລາວ ມີປະມານ 300 ເທື່ອຄົນ.
ງານບຸນວັດເຮືອງປີ 2025 (ພາບ: laodong.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນມ ໄດ້ຮັບຈົດໝາຍ, ອີເມວ 764 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 30 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ເພື່ອນ ຈັນແສງ ແລະ ເພື່ອນ ຄຳມີ ຢູ່ແຂວງ ຄຳມ່ວນ ໄດ້ໂທລະສັບມາຫາລາຍການພາກພາສາ ລາວ, ແບ່ງປັນວ່າ: “ເນື່ອງໃນໂອກາດບຸນເຕັດປະຈຳຊາດຂອງ ຫວຽດນາມ, ຂ້າພະເຈົ້າອວຍພອນໃຫ້ພະນັກງານພາລະກອນ VOV ປີໃໝ່ຈົ່ງປະສົບແຕ່ສິ່ງທີ່ດີໆ. ຂໍອວຍພອນໃຫ້ພວກເພື່ອນມີສຸຂະພາບເຂັ້ມແຂງໜ້າທີ່ການງານມີຄວາມສະດວກ. ຂ້າພະເຈົ້າຫວັງວ່າບັນດາລາຍການຂອງ VOV ຈະນັບມື້ນັບດຶງດູດໃຈອຸດົມສົມບຸນກວ່າເກົ່າ”.

ເພື່ອນ ທິດາ ກິດຈະເລີນ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ຫວ່າງມໍ່ໆມານີ້ຫວຽດນາມ ໄດ້ຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືໃນໂລກຢ່າງຕໍ່ເນື່ອງ. ຂ້າພະເຈົ້າຫວັງວ່າບັນດາຂອບເຂດການພົວພັນໃໝ່ດັ່ງກ່າວ ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງທີ່ແທດຈິງໃຫ້ແກ່ປະຊາຊົນ ຫວຽດນາມຄືສ້າງຜົນສະທ້ອນທີ່ດີຕໍ່ພາກພື້ນ ອາຊຽນ ຂອງພວກເຮົາ”.

ສ່ວນເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມສົນໃຈຕໍ່ຂົງເຂດ ວັດທະນະທຳການບັນເທິງຢູ່ບັນດາປະເທດ ອາຊີ. ຫວ່າງມໍ່ໆມານີ້ເມື່ອຮັບຟັງຫຼາຍລາຍການເພງ ຂ້າພະເຈົ້າເຫັນວ່າຂົງເຂດບັນເທິງຂອງ ຫວຽດນາມ ພວມພັດທະນາຢ່າງວ່ອງໄວເກືອບຄືວ່າສ້າງບາດກ້າວບຸກທະລຸໃຫຍ່ໃໝ່. ຂ້າພະເຈົ້າວັງວ່າ ຈະໄດ້ຮັບຟັງຫຼາຍບົດເພງຂອງໄວໜຸ່ມ ຫວຽດນາມ ແຕ່ງ ແລະ ຮ້ອງ”.

ເພື່ອນ ຈັນບົວທອງນັກສຶກສາ ລາວພວມຮ່ຳຮຽນຢູ່ມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ນະຄອນ ໂຮ່ຈີມິນ ໄດສົ່ງຂໍ້ຄວາມມາທາງ Facebook ໃຫ້ຮູ້ວ່າພາຍຫຼັງພັກວັນບຸນເຕັດຂອງ ຫວຽດນາມຂ້າພະເຈົ້າໄດ້ຂັບລົດໃຫຍ່ມາ ຫວຽດນາມ ແລະ ໄດ້ຢຸດພັກຢູ່ເມືອງ ລາວບາວ. ເຫັນວ່າຢູ່ທີ່ນີ້ມີຄູ່ສັດມຸງຄຸນໂຕງູງາມທີ່ສຸດຢູ່ຂ້າງນັ້ນຍັງຕັ້ງສັນຍາລັກແມ່ນ ທາດຫຼວງ ແລະ ວັດເສົາດຽວຂອງ ຫວຽດນາມ. ຜ່ານນີ້ຂ້າພະເຈົ້າເຫັນວ່ານ້ຳໃຈລະຫວ່າງ 2 ປະເທດ ລາວ - ຫວຽດນາມ ນັບມື້ນັບສະໜິດແໜ້ນກວ່າເວລາໃດໝົດ. ຂ້າພະເຈົ້າຢາກຮູ້ວ່າຄູ່ສັດມຸງຄຸນໂຕງູນີ້ ໄດ້ວາງຢູ່ທີ່ນີ້ແຕ່ເວລາໃດ?

ເພື່ອນ ຈັນບົວທອງ ທີ່ຮັກແພງ, ຄູ່ສັດມຸງຄຸນໂຕງູ ຢູ່ເທດສະບານເຂດຊາຍແດນ ລາວບາວ ໄດ້ຕັ້ງ, ວາງສະແດງໃນທ້າຍເດືອນ ມັງກອນ 2025. ທ່ານ ເລບາຮຸ່ງ, ປະທານຄະນະກຳມະການປະຊາຊົນເທດສະບານ ລາວບາວ, ເມືອງ ເຮືອງຮວາ, ແຂວງ ກວາງຈີ້ ໃຫ້ຮູ້ວ່າ, ຄູ່ສັດມຸງຄຸນໂຕງູທີ່ວາງສະແດງຢູ່ສວນສາທາລະນະຂອງເມືອງໃນໂອກາດບຸນເຕັດທີ່ຜ່ານມາ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວຫຼາຍຄົນມາຊົມ  ແລະ ຖ່າຍຮູບ. ໄລ່ຮອດວັນທີ 02 ກຸມພາ, ມີແຂກມາຢ້ຽມຊົມ ປະມານ 50.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ ລາວ ມີປະມານ 300 ເທື່ອຄົນ. ຈຸດທີ່ພິເສດແມ່ນ, ຄູ່ສັດມຸງຄຸນໂຕງູ ພ້ອມກັບການປະດັບທີ່ມີລັກສະນະພິເສດຂອງ 2 ປະເທດ ຫວຽດນາມ - ລາວ ແມ່ນວັດເສົາດຽວ (ຫວຽດນາມ) ແລະ ທາດຫຼວງ (ລາວ). ຢູ່ກາງຄູ່ສັດມຸງຄຸນໂຕງູນັ້ນໄດ້ປະດັບດ້ວຍຂົວ ແລະ ຮູບຫົວໃຈສີແດງ, ເປັນສັນຍາລັກໃຫ້ນ້ຳໃຈມິດຕະພາບ, ຄວາມສະໜິດແໜ້ນລະຫວ່າງ ຫວຽດນາມ - ລາວ ອ້າຍນ້ອງ ເວົ້າລວມ ແລະ ບັນດາເມືອງ, ບ້ານແຮກສ່ຽວຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ເວົ້າສະເພາະ.

ເພື່ອນ ພຸດທະສອນຢູ່ນະຄອນຫຼວງ ວຽງຈັນໄດ້ສົ່ງອີເມວມາຫາລາຍການຢາກຊອກູ້ບັນດາການເຄື່ອນໄຫວງານບຸນການເຫຼື້ອມໃສເຊື່ອຖືທາງດ້າວັດນະທຳຂອງປະຊາຊົນ ຫວຽດນາມ ໃນໂອກາດຕົ້ນປີໃໝ່. ເນື່ອງໃນໂອກາດຕົ້ນປີໃໝ່ໄດ້ຈັດງານບຸນໃດແດ່?

ເພື່ອນ ພຸດທະສອນ ທີ່ຮັກແພງ, ບຸນເຕັດຂອງ ຫວຽດນາມ, ແມ່ນວັນບຸນປະເພນີໃຫຍ່ ແລະ ສຳຄັນທີ່ສຸດຂອງຊາວ ຫວຽດນາມ, ກໍຄືຢູ່ຫຼາຍປະເທດຢູ່ ອາຊີ. ນີ້ແມ່ນໂອກາດສ້າງຂີດໝາຍຂອງການເລີ່ມຕົ້ນຂອງປີໃໝ່ ແລະ ບັນດາການເຄື່ອນໄຫວເຫຼື້ອມໃສເຊື່ອຖືຍາມຕົ້ນປີໃໝ່ ກໍຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຕໍ່ໄປນີ້, ທາງລາຍການຈະແນະນຳໃຫ້ເພື່ອນກ່ຽວກັບງານບຸນທີ່ພົ້ນເດັ່ນຈຳນວນໜຶ່ງຂອງ ຫວຽດນາມ ເນື່ອງໃນໂອກາດນີ້.

ງານບຸນວັດເຮືອງ: ງານບຸນວັດເຮືອງ ແມ່ນງານບຸນໃຫຍ່ໃນໂອກາດບຸນເຕັດຢູ່ ຫວຽດນາມ ໄດ້ຈັດຂຶ້ນໃນທຸກໆປີ ແລະ ດຶງດູດພຸດທະສາສະນິກກະຊົນແຕ່ພາກໃຕ້ມາພາກເໜືອເປັນຈຳນວນຫຼາຍ ມາຢ້ຽມຊົມ ແລະ ນະມັດສະການ. ງານບຸນຈັດຂຶ້ນຢູ່ເຂດປູສະນີຍະສະຖານວັດ ເຮືອງ, ຂຶ້ນກັບຕາແສງ ເຮືອງເຊີນ, ເມືອງ ມີດຶກ, ຮ່າໂນ້ຍ. ງານບຸນວັດ ເຮືອງ ຈັດຂຶ້ນແຕ່ເດືອນຈຽງ ຫາເດືອນ 3 (ໄລ່ຕາມຈັນທະປະຕິທິນ ແລະ ໄຂຂຶ້ນຢ່າງເປັນທາງການໃນວັນທີ 06 ເດືອນ ຈຽງ ໃນແຕ່ລະປີ.

ງານບຸນ ບຸນເຕັດ ອຽນຕື, ກວາງນິງ: ງານບຸນນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ສຸດຢູ່ພາກເໜືອຂອງ ຫວຽດນາມ, ໄດ້ຈັດຂຶ້ນແຕ່ວັນທີ 10 ເດືອນ ຈຽງ ຮອດເດືອນ 3 ປະຈຳປີ (ໄລ່ຕາມຈັນທະປະຕິທິນ). ງານບຸນ ບຸນເຕັດ ອຽນຕື ກວາງນິງ ໄດ້ຈັດຂຶ້ນຢູ່ເຂດພູ ອຽນຕື, ຕາແສງ ເທື້ອງອຽນກົງ, ເມືອງ ອວງບີ, ແຂວງ ກວາງນິງ. ງານບຸນໄດ້ເລີ່ມດຳເນີນດ້ວຍບັນດາພິທີກຳ ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດຕິນພູ ອຽນຕື. ຕໍ່ຈາກນັ້ນ, ແມ່ນໄປນະມັດສະການ ຂຶ້ນວັດ ດົ່ງ, ນອນຢູ່ຍອດພູ.

ງານບຸນມວຍປ້ຳບ້ານ ຊິ່ງ ຢູ່ ເຫ້ວ: ງານບຸນມວຍປ້ຳບ້ານ ຊິ່ງ ຢູ່ ເຫ້ວ ໄດ້ມີປະຫວັດສາດກວ່າ 200 ປີ ແລະ ພັດທະນາຢ່າງຕໍ່ເນື່ອງມາຮອດປະຈຸບັນ. ແຕ່ລະປີ, ພາຍຫຼັງບຸນເຕັດ, ງານບຸນໄດ້ຈັດຂຶ້ນດ້ວຍຄວາມຫວັງໃຫ້ປະຊາຊົນມີສຸຂະພາບແຂງແຮງ, ໝູ່ບ້ານມີຄວາມສະຫງົບ, ລະດູການງອກງາມ, ຄວາມຜາສຸກມີຕໍ່ໝົດທຸກຄົນ. ງານບຸນມວຍປ້ຳບ້ານ ຊິ່ງ ເຫ້ວ ໄດ້ຈັດຂຶ້ນໃນວັນທີ 10 ເດືອນ ຈຽງ.


top