ໃນລາຍການ, ມະຫາຊົນໄດ້ຮັບຟັງບັນດາບົດເພງເສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ
ລາຍການ “Rock Concert - ຫົວໃຈ ຫວຽດນາມ” (ພາບ: baovanhoa.vn)
ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນຄ່ຳວັນທີ 07 ກັນຍາ, ລາຍການ “Rock Concert - ຫົວໃຈ ຫວຽດນາມ” ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານພະລາຊະວັງ ທັງລອງ (ຮ່າໂນ້ຍ).
ໃນລາຍການ, ມະຫາຊົນໄດ້ຮັບຟັງບັນດາບົດເພງເສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ຄວາມຮັກແພງມະນຸດໄດ້ສະແດງອອກຜ່ານວິທີປະສານສຽງດົນຕີທີ່ຟົດຟື້ນ, ມີຊີວິດຊີວາ. ລາຍການໂດຍມີການເຂົ້າຮ່ວມຂອງບັນດາວົງດົນຕີແຖວໜ້າຂອງ ຫວຽດນາມ. ລາຍການ “Rock Concert - ຫົວໃຈ ຫວຽດນາມ” ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ປະຫວັດສາດຝັງເລິກໃນຫົວໃຈຂອງລຸ້ນໜຸ່ມຜ່ານສຽງດົນຕີ.