ຂ່າວສານ

ຄຸນນະທາດ, ພູມປັນຍາຫວຽດນາມ ໃນເສັ້ນທາງສົ່ງອອກຜະລິດຕະພັນກະເສດ

ຜະລິດຕະພັນກະເສດຂອງ ຫວຽດນາມ ກໍປະກົດຕົວຢູ່ບັນດາຕະຫຼາດໃຫຍ່ ແລະ ມີຄວາມຮຽກຮ້ອງຕ້ອງການຢ່າງສູງກ່ຽວກັບຄຸນນະພາບ, ເຕັກນິກຄື ເອີຣົບ, ຍີ່ປຸ່ນ ແລະ ອາເມລິກາ ນັບມື້ນັບຫຼາຍຂຶ້ນ.
  ພິທີປະກາດສົ່ງອອກໝາກກ້ຽງໃຫຍ່ງວດທຳອິດໄປຍັງ ອາເມລິກາ  

ພາຍຫຼັງທີ່ມີຄວາມມານະພະຍາຍາມໄປຊອກຫາເສັ້ນທາງສົ່ງອອກຜະລິດຕະພັນ ໄປຍັງຕະຫຼາດສາກົນ ເປັນເວລາຫຼາຍປີ, ໃນປີ 2022 ນີ້, ຜະລິດຕະພັນກະເສດຂອງ ຫວຽດນາມ ກໍປະກົດຕົວຢູ່ບັນດາຕະຫຼາດໃຫຍ່ ແລະ ມີຄວາມຮຽກຮ້ອງຕ້ອງການຢ່າງສູງກ່ຽວກັບຄຸນນະພາບ, ເຕັກນິກຄື ເອີຣົບ, ຍີ່ປຸ່ນ ແລະ ອາເມລິກາ ນັບມື້ນັບຫຼາຍຂຶ້ນ.

ການສົ່ງຜະລິດຕະພັນອອກສູ່ຕ່າງປະເທດໃນແຕ່ລະຖ້ຽວບໍ່ພຽງແຕ່ເປັນການສົ່ງຜະລິດຕະພັນກະເສດຂອງ ຫວຽດນາມ ອອກສູ່ປະເທດເພື່ອນບ້ານຢູ່ 5 ທະວີບເທົ່ານັ້ນ, ແຕ່ຢູ່ເບື້ອງຫຼັງນັ້ນແມ່ນພູມປັນຍາ, ຄຸນນະທາດ, ກຳລັງເຫື່ອແຮງຂອງຊາວກະສິກອນ ຫວຽດນາມ ແລະ ບັນດາວິສາຫະກິດທີ່ກ້າຄິດ, ກ້າທຳ.

ການສີດນ້ຳຢາຊີວະຄັ້ງສຸດທ້າຍຂອງຄອບຄົວລຸງ ໂຮ່ວັນເລີ່ຍ (ຢູ່ແຂວງ ເບັ້ນແຈ) ຢູ່ສວນໝາກກ້ຽງໃຫຍ່ເປືອກຂຽວໄດ້ປະຕິບັດຢ່າງລະມັດລະວັງ... ໂດຍມີຄວາມແຕກຕ່າງກັບມາດຕະຖານ VietGap, ໝາກກ້ຽງໃຫຍ່ເປືອກຂຽວຂອງຄອບຄົວລຸງ ຈຳເປັນຕ້ອງໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ, ບໍ່ປະໃຫ້ສັດຕູພືດ 6 ຊະນິດທຳລາຍຄື ແມງວັນເຫຼືອງ, ແມງກິນລຳ.... ນັບແຕ່ເວລາອອກດອກຕະຫຼອດຮອດເວລາເກັບກູ້.  ລຸງ ເລີ່ຍ ໃຫ້ຮູ້ວ່າ:

“ທາງຝ່າຍຄູ່ຮ່ວມມືກໍໄດ້ແນະນຳ, ຮຽກຮ້ອງຢ່າງຈະແຈ້ງແລ້ວ, ສະນັ້ນ ເຮົາກໍພະຍາຍາມເຮັດໃຫ້ລະອຽດດີ. ນັບແຕ່ກ່ອນເປັນຕົ້ນມາ, ຄອບຄົວຂ້າພະເຈົ້າມີແຕ່ສີດນ້ຳຢາຊີວະເທົ່ານັ້ນ, ບໍ່ໄດ້ນໍາໃຊ້ຢາເຄມີຈັກໜ້ອຍເລີຍ.”

ທ່ານ ຫງວຽນວັນຖ໋າຍ, ຮອງຫົວໜ້າສະຫະກອນໝາກກ້ຽງໃຫຍ່ແຂວງ ເບັ້ນແຈ ໃຫ້ຮູ້ວ່າ:

“ພວກເຮົາຕ້ອງປະຕິບັດຕາມຂໍ້ກຳນົດສົ່ງອອກໝົດທຸກປະການ, ໝາຍຄວາມວ່າ ຕ້ອງມີປື້ມບັນທຶກປະຈຳວັນໃນການປູກຝັງ, ຜະລິດຕະພັນທີ່ເສຍຄຸນ ຕ້ອງໄດ້ແກ້ໄຂຢ່າງຖືກຕ້ອງຕາມຂັ້ນຕອນ, ການສີດນ້ຳຢາກໍຕ້ອງອີງໃສ່ຂໍ້ກຳນົດຕ່າງໆ”.

ກ່ອນເວລາເກັບກູ້ປະມານ 1 ເດືອນ, ບັນດາເຈົ້າຂອງສວນ ຫຼື ບໍລິສັດເກັບຊື້ ຕ້ອງນຳໃຊ້ເຄື່ອງຈັກ ເພື່ອກວດລະດັບຄວາມຫວານຂອງໝາກກ້ຽງໃຫຍ່. ຈາກໝາກຜົນທີ່ກວດກາມານັ້ນ, ຖ້າຫາກຂາດ ຫຼື ເກີນຄວາມຫວານ ແລ້ວກໍຕ້ອງມີການດັດປັບການໃສ່ຝຸ່ນໃຫ້ແທດເໝາະ, ຈາກນັ້ນຈຶ່ງໃຫ້ຄວາມຫວານທີ່ຖືກຕ້ອງຕາມມາດຕະຖານ. ຍ້ອນການອອກເຫື່ອເທແຮງຢ່າງຫຼວງຫຼາຍເຂົ້າໃນການບົວລະບັດ ແລະ ເກັບກູ້ ສະນັ້ນ ຊາວສວນຜູ້ປູກໝາກກ້ຽງໃຫຍ່ ໃຜໆກໍດີໃຈເມື່ອໝາກກ້ຽງໃຫຍ່ເປືອກຂຽວ ໄດ້ຖືກສົ່ງອອກໄປຍັງ ອາເມລິກາ ຖ້ຽວທຳອິດ

"ການສົ່ງອອກ ແມ່ນຄວາມສຸກຄວາມມ່ວນຊື່ນຂອງຜູ້ປູກໝາກກ້ຽງໃຫຍ່ ເບັ້ນແຈ, ຊ່ວຍໃຫ້ຊາວສວນ ແລະ ຜູ້ປູກໝາກກ້ຽງໃຫຍ່ມີລາຍຮັບເພີ່ມຂຶ້ນ ແລະ ປົວແປງຊີວິດການເປັນຢູ່.

“ພວກຂ້າພະເຈົ້າເປັນຫ່ວງວ່າ ເຮັດແນວໃດເພື່ອຮັກສາແຫຼ່ງສະໜອງສິນຄ້າສົ່ງອອກຍາວນານໃນອະນາຄົດ, ພິເສດແມ່ນກໍ່ຕັ້ງ, ປັບປຸງສະຫະກອນຕ່າງໆທີ່ປູກໝາກກ້ຽງໃຫຍ່, ພ້ອມທັງຮ່ວມສຳພັນກັບວິສາຫະກິດເພື່ອສົ່ງອອກ.”

“ຂ້າພະເຈົ້າຫວັງວ່າ ຫົວໜ່ວຍຕ່າງໆທີ່ກ່ຽວຂ້ອງ ຈະໜູນຊ່ວຍຊາວກະສິກອນສ້າງລະຫັດປູກຢູ່ຫຼາຍເຂດເພື່ອໃຫ້ໝາກກ້ຽງໃຫຍ່ເປືອກຂຽວ ມີເງື່ອນໄຂຄົບຖ້ວນເພື່ອສົ່ງອອກ.  

ຢູ່ບໍລິສັດ ສົ່ງອອກ-ນຳເຂົ້າ ໝາກໄມ້ ແຈງທູ ຈຳກັດ,   ນັບແຕ່ຮຸ່ງເຊົ້າ, ແຕ່ລະກຸ່ມກຳມະກອນໄດ້ກະກຽມຂອດຕ່າງໆເພື່ອເອົາໃສ່ແກັດ ແລ້ວສົ່ງອອກໄປຍັງ ອາເມລິກາ. ສ່ວນກຸ່ມຄົນອື່ນ ແມ່ນສຸມໃສ່ການຕິດສະແຕມໃສ່ຂວັ້ນໝາກຖົ່ວລຽນ,  ແລ້ວຍົກຂຶ້ນຕູ້ຄອນເທນເນີສົ່ງອອກໄປຍັງຈີນ. ຮອດຕອນບ່າຍ, ບັນດາກຸ່ມອອກໄປເກັບຊື້ໝາກໄມ້ຢູ່ສວນຕ່າງໆ, ສະຫະກອນທີ່ຮ່ວມສຳພັນ.   ສິນຄ້າຈະໄດ້ເຕົ້າໂຮມ ແລ້ວຂົນສົ່ງໄປຍັງບໍລິສັດໃນຕອນແລງ. ນະທີ່ນີ້, ບັນດາຂັ້ນຕອນປຸງແຕ່ງເບື້ອງຕົ້ນກໍໄດ້ດຳເນີນ ຈົນຮອດທ່ຽງຄືນ.                                                                                                                                               

ຕາມຂໍ້ກຳນົດຂອງ ອາເມລິກາ ແລ້ວ, ເຂດປູກ, ສະຖານທີ່ຫຸ້ມຫໍ່ ຕ້ອງມີມາດຕະການຄຸ້ມຄອງຢ່າງເໝາະສົມ ເພື່ອຂະຈັດສັດຕູພືດ ເຊິ່ງທາງ ອາເມລິກາ ມີຄວາມສົນໃຈ, ຄັດອອກ ໝາກກ້ຽງໃຫຍ່ໜ່ວຍຖືກເຮຍ ກ່ອນທີ່ຈະນຳເຂົ້າຫຸ່ມຫໍ່, ທຳຄວາມສະອາດ, ບຳບັດດ້ວຍຄວາມຮ້ອນ, ສ່ອງລັງສີ... ພ້ອມທັງມີໃບຢັ້ງຢືນຂອງສູນກັກກັນພືດ. ທ່ານ ຮອງຜູ້ອຳນວຍການບໍລິສັດ ໂງເຕື່ອງວີ ແບ່ງປັນວ່າ:

 “ທຸກຕະຫຼາດ ລ້ວນແຕ່ມີຂໍ້ກຳນົດຢ່າງເຄັ່ງຄັດ. ເມື່ອກ່ອນນີ້, ຂ້າພະເຈົ້າຄິດວ່າ ຕະຫຼາດ ຈີນ ແມ່ນຕະຫຼາດທີ່ບໍ່ເຄັ່ງຄັດປານໃດ ແຕ່ປັດຈຸບັນນີ້ ຂໍ້ກຳນົດຂອງ ຈີນ ເບິ່ງຄືວ່າເຄັ່ງຄັດກວ່າອົດສະຕາລີອີກຊ້ຳ. ເຂົາເຈົ້າໄດ້ວາງອອກຫຼາຍຂໍ້ກຳນົດພິເສດກ່ຽວກັບຄຸນນະພາບຂອງຜະລິດຕະພັນ. ເອີຣົບ ແມ່ນວາງອອກມາດຕະຖານ Global Gap, ອາເມລິກາ ພັດມີມາດຕະຖານສະເພາະຂອງ ອາເມລິກາ. ປັດຈຸບັນ, ມີພຽງແຕ່ວິສາຫະກິດ ແຈງທູ ເທົ່ານັ້ນ ທີ່ໄດ້ຮັບອະນຸຍາດນຳສິນຄ້າເຂົ້າຕະຫຼາດ ອາເມລິກາ. ພວກຂ້າພະເຈົ້າກໍລໍຄອຍສິ່ງດັ່ງກ່າວມາເປັນເວລາ 6 ປີແລ້ວ.”

ການນຳບໍລິສັດ ແຈງທູ ມີສະຕິຊອກຫາຕະຫຼາດ, ຮັກສາຕະຫຼາດ ແລະ ພັດທະນາຕະຫຼາດແມ່ນມີຄວາມສຳຄັນຍິ່ງ.

“ນອກຈາກງວດທຳອິດນີ້, ພວກຂ້າພະເຈົ້າຫວັງວ່າ ປະລິມານສົ່ງອອກໄປຍັງຕະຫຼາດ ອາເມລິກາ ນັບມື້ນັບຫຼາຍຂຶ້ນ ແລະ ສ້າງປະຖົມປັດໃຈເພື່ອແຊກຊຶມເຂົ້າຕະຫຼາດຕ້ອງການຄຸນນະພາບສູງອື່ນອີກ. ຄວາມມຸ່ງຫວັງຂອງພວກຂ້າພະເຈົ້າບໍ່ພຽງແຕ່ແມ່ນຕະຫຼາດ ອາເມລິກາເທົ່ານັ້ນ , ຫາກຍັງຢູ່ຫຼາຍຕະຫຼາດອື່ນຕື່ມອີກດ້ວຍ. ຜ່ານເຫດການນີ້, ຖ້າຫາກວາງແຜນກຳນົດຕະຫຼາດວັດຖຸດິບຄືນໃໝ່ໄດ້, ຈະສ້າງເຂດວັດຖຸດິບກວ້າງໃຫຍ່, ມີປະລິມານສູງ ພວກເຮົາຈຶ່ງກ້າວເຂົ້າການແຂ່ງຂັນໃຫຍ່ກວ່າ. ນັ້ນແມ່ນລະບົບຮ້ານສັບພະສິນຄ້າຂອງ ອາເມລິກາ”.

ເລື່ອງບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ແຊກຊຶມເຂົ້າຕະຫຼາດໂດຍໃຊ້ໂຄຕາ ແລະ ຕະຫຼາດໃຫຍ່ມີລະບຽບການຢ່າງເຄັ່ງຄັດ ໄດ້ສະແດງໃຫ້ເຫັນທິດກ້າວເດີນທີ່ວ່າ ບໍ່ເດີນຕາມທາງດ້ານຈຳນວນ, ແຕ່ສູງກວ່ານັ້ນແມ່ນກຳນົດເຄື່ອງໝາຍການຄ້າຜະລິດຕະພັນກະເສດລະດັບຊາດ.

ການນຳພາຂອງວິສາຫະກິດ, ຄວາມເປັນເຈົ້າການຂອງບັນດາຄອບຄົວຊາວກະສິກອນ ເພື່ອສ້າງຄຸນຄ່າແຕກຕ່າງກັນນັ້ນ, ໄດ້ຊຸກຍູ້ເສັ້ນທາງ ສຳຜັດກັບທ່າອ່ຽງບໍລິໂພກສີຂຽວ ເພື່ອສຸຂະພາບຂອງມະນຸດ ແລະເພື່ອຕະຫຼາດ.


top