ຕາມພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ, ບັນດາຜູ້ຟັງ, ຜູ້ອານມີຄວາມມຸ່ງຫວັງກອງປະຊຸມໃຫຍ່ຈະວາງອອກບັນດານະໂຍບາຍຊີ້ຂາດຖືກຕ້ອງ, ມີລັກສະນະບຸກທະລຸ, ສ້າງກຳລັງໜູນເພື່ອໃຫ້ປະເທດຊາດພັດທະນນາຢ່າງວ່ອງໄວ ແລະ ຍືນຍົງກ່ວາໃນອະນາຄົດ.
ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຕິບັດການຖ່າຍທອດສົດຢູ່ພິທີໄຂ ກອງປະຊຸມໃຫຍ່ຄັ້ງທີ XIV (ພາບ: VOV1)
ເພື່ອແນໃສ່ຖະແຫຼງຂ່າວໄປຍັງຜູ້ຟັງພາຍໃນປະເທດ ແລະ ສາກົນ ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ຕອນເຊົ້າວັນທີ 20 ມັງກອນ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ປະຕິບບັດ,ລາຍການຖ່າຍທອດສົດພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃນຫຼາຍ ຊ່ອງໂທລະພາບ, ສື່ເອເລັກໂຕນິກ, ໃນນັ້ນມີຊ່ອງລາຍການຂ່າວ (VOV1) ແລະ ຊ່ອງລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ດ້ວຍພາສາຫວຽດ ໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຕາມພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ, ບັນດາຜູ້ຟັງ, ຜູ້ອານມີຄວາມມຸ່ງຫວັງກອງປະຊຸມໃຫຍ່ຈະວາງອອກບັນດານະໂຍບາຍຊີ້ຂາດຖືກຕ້ອງ, ມີລັກສະນະບຸກທະລຸ, ສ້າງກຳລັງໜູນເພື່ອໃຫ້ປະເທດຊາດພັດທະນນາຢ່າງວ່ອງໄວ ແລະ ຍືນຍົງກ່ວາໃນອະນາຄົດ.
ເມື່ອຮັບຟັງບັນດາບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ, ຂ້າພະເຈົ້າຮູ້ສຶກໄດ້ຈິດໃຈຄວາມຮັບຜິດຊອບຢ່າງຍິ່ງໃຫຍ່, ວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈຢ່າງແຮງຂອງພັກ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການພັດທະນາໃໝ່ຂອງປະເທດຊາດ. ບໍ່ພຽງແຕ່ສະແດງໃຫ້ເຫັນການສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຂ້າພະເຈົ້າເຫັນວ່າບົດກ່າວຄຳເຫັນໄດ້ສ້າງແຫຼ່ງບັນດານໃຈກ່ຽວກັບຄວາມມຸ່ງຫວັງປ່ຽນແປງໃໝ່, ພັດທະນາແບບຍືນຍົງ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ.
ໂດຍມີຄວາມສົນໃຈຕໍ່ບົດລາຍງານກ່ຽວກັບເອກະສານຍື່ນສະເໜີກອງປະຊຸມໃຫຍ່, ທ່ານຮອງສາດສະດານຈານ, ປ.ອ ຟ້າມງອກຈຸງນັກຊ່ຽວຊານດ້ານວັດທະນະທຳ, ອະດີດຄູອາຈານ ສະຖາບັນສື່ມວນຊົນ ແລະ ໂຄສະນາຖືວ່າ:
ບັນດາຄຳເຫັນຊີ້ນຳກະທັດລັດທີ່ສຸດ, ສ່ອງແສງຖືກຕ້ອງກົດເກນພາວະວິໄສ ແລະ ການພັດທະນາຂອງປະເທດຊາດໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ໄດ້ເວົ້າວ່າ ວັດທະນະທຳແມ່ນພື້ນຖານຈິດໃຈ, ແຫຼ່ງກຳລັງ ແລະ ກຳລັງໜູນຂອງການພັດທະນາສັງຄົມ. ນີ້ແມ່ນບັນດາຂໍ້ສັງເກດໃໝ່, ຖືວັດທະນະທຳເຂົ້າທີ່ຕັ້ງທີ່ເໝາະສົມ ແລະ ສຳຄັນ.