ຂ່າວສານ

ຄຶກ​ຄື້ນ​ກັບ​ການ​ເຄື່ອນ​ໄຫວຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ​ຍາມ​ຕົ້ນ​ປີ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

ວັນທີ 1 ມັງກອນ 2023, ມີແຂກທ່ອງທ່ຽວ 200 ຄົນໃນຖ້ຽວບິນຂອງ Vietnam Airlines ຈາກ ຮ່າໂນ້ຍ ໄປ ເຫວ້, ເຊິ່ງສ່ວນຫຼາຍແມ່ນແຂກທ່ອງທ່ຽວສາກົນ. ໃນປີ 2022, ແຂວງເທື່ອທຽນເຫວ້ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນ.
ການຕ້ອນຮັບແຂກທ່ອງທ່ຽວສາກົນ ມາເທື່ອທຽນ - ເຫວ້ (ພາບ: VOV)

"ປີ 2023, ຂະແໜງທ່ອງທ່ຽວສູ້ຊົນຕ້ອນຮັບແຂກທ່ອງທ່ຽວປະມານ 3 – 3,5 ລ້ານເທື່ອຄົນ. ທ່ານ ຫງວຽນວັນຝຸກ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງເທື່ອທຽນ - ເຫວ້ ໃຫ້ຮູ້ວ່າ:

“ໃນໂອກາດຕົ້ນປີໃໝ່, ຂະແໜງທ່ອງທ່ຽວໄດ້ຈັດພິທີຕ້ອນຮັບແຂກທ່ອງທ່ຽວທຳອິດທີ່ມາຢາມເຫວ້ ດ້ວຍທາງອາກາດ. ສູນອະນຸລັກຮັກສາມໍລະດົກກໍໄດ້ສົມທົບກັບຂະແໜງທ່ອງທ່ຽວເພື່ອຕ້ອນຮັບແຂກທ່ອງທ່ຽວບຸກຄົນທຳອິດມາຢາມເຂດມໍລະດົກວັດທະນະທຳ. ນີ້ກໍແມ່ນວິທີສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວກ່ຽວກັບປະເທດຫວຽດນາມ ທີ່ເປັນມິດສະໜິດສະໜົມ ແລະ ຄວາມລອບຄອບຖີ່ຖ້ວນຂອງຂະແໜງທ່ອງທ່ຽວ ກໍຄື ວິສາຫະກິດ ແລະ ປະຊາຄົມ”.

ຄະນະນັກທ່ອງທ່ຽວມາຢາມ ໂຮ້ຍອານ ໃນມື້ທຳອິດຂອງ ປີໃໝ່ 2023
ໃນວັນດຽວກັນ, ມີແຂກທ່ອງທ່ຽວ 30 ຄົນ ຈາກ ມົງໂກນ ແລະ ແຂກທ່ອງທ່ຽວ ສ.ເກົາຫຼີ 4 ຄົນ ເປັນບຸກຄົນທຳອິດທີ່ມາຢາມ ມໍລະດົກວັດທະນະທຳໂລກ ໂຮ້ຍອານ, ແຂວງ ກວາງນາມ. ແຂກທ່ອງທ່ຽວ 120 ຄົນ ຈາກ Incheon (ສ.ເກົາຫຼີ) ແມ່ນບຸກຄົນທຳອິດມາຢາມນະຄອນ ແຄັງຮວ່າ…

top