ຂ່າວສານ

ຄຳເຫັນຂອງວິສາຫະກິດກ່ຽວກັບສັນຍາ EVFTA

      ສັນຍາສະບັບດັ່ງກ່າວ ໄດ້ສ້າງກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມຍູ້ແຮງການເປີດຕະຫຼາດສົ່ງອອກ, ແຕ່ພ້ອມກັນນັ້ນ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢູ່ຕະຫຼາດພາຍໃນ.

ທ່ານ Jonhnathan ແຮ້ງຫງວຽນ, ປະທານກຸ່ມບໍລິສັດ ລຽນທ໊າຍບິ່ງເຢືອງ  (ພາບ: nhadautu.vn)
      ຢູ່ນະຄອນໂຮ່ຈີມິນ, ວິສາຫະກິດຈຳນວນໜຶ່ງ ໄດ້ສະເໜີບັນດາອົງການທີ່ມີໜ້າທີ່ຮັບຜິດຊອບໜູນຊ່ວຍແນະນຳ, ຝຶກອົບຮົມແຕ່ລະຂະແໜງສິນຄ້າໃຫ້ລະອຽດ ເພື່ອຍາດແຍ່ງສິ່ງທີ່ດີຈາກສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA). ທ່ານ Jonhnathan ແຮ້ງຫງວຽນ, ປະທານກຸ່ມບໍລິສັດ ລຽນທ໊າຍບິ່ງເຢືອງ, ໃຫ້ຂໍ້ສັງເກດວ່າ ສັນຍາສະບັບດັ່ງກ່າວ ໄດ້ສ້າງກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມຍູ້ແຮງການເປີດຕະຫຼາດສົ່ງອອກ, ແຕ່ພ້ອມກັນນັ້ນ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢູ່ຕະຫຼາດພາຍໃນ. ດັ່ງນັ້ນ, ບັນດາວິສາຫະກິດພາຍໃນປະເທດ ຕ້ອງຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການສະໜອງສິນຄ້າ:
        “ປັດຈຸບັນ, ມີຫຼາຍວິສາຫະກິດຍັງບໍ່ທັນມີຄວາມເຂົ້າໃຈແຈ້ງກ່ຽວກັບຂໍ້ກໍານົດຂອງສັນຍາ EVFTA ເປັນແນວໃດ. ສຳລັບສິນຄ້ານຳເຂົ້າ ຈະສ້າງກຳລັງກົດດັ່ນ, ເພາະວ່າ ບັນດາກຸ່ມບໍລິສັດໃຫຍ່ເຂົ້າມາຫວຽດນາມ ຈະໄດ້ຊົມໃຊ້ບຸລິມະສິດຫຼຸດອັດຕາພາສີລົງລະດັບຕ່ຳສຸດ, ສະນັ້ນ, ພວກເຮົາຕ້ອງຮັກສາຕະຫຼາດພາຍໃນປະເທດຂອງພວກເຮົາ, ຕ້ອງກຽມພ້ອມປະເຊີນໜ້າກັບບັນຫານີ້. ຂ້າພະເຈົ້າຫວັງວ່າ ລັດ ຈະມີນະໂຍບາຍປະສານງານ ເພື່ອໃຫ້ບັນດາສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຄົງຕົວ ແລະ ພັດທະນາໄດ້”.
(ແຫຼ່ງຄັດຈາກ VOV)


top