ຂ່າວສານ

ຄຳເຫັນຂອງປະຊາຊົນທີ່ມີຕໍ່ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12

      ສິ່ງສຳຄັນທີ່ສຸດ ແມ່ນວຽກງານບຸກຄະລາກອນ, ເພາະວ່າ ວຽກງານບຸກຄະລາກອນເປັນການຕັດສິນທັງໝົດ. ວຽກງານບຸກຄະລາກອນຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕາມຫຼັກການ, ຖືກຕາມມາດຖານ

(ພາບປະກອບ: TTXVN)
      ປະຊາຊົນໃນທົ່ວປະເທດມີຄວາມສົນໃຈຕິດຕາມ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ຊຶ່ງໄດ້ຖືກໄຂຂຶ້ນໃນວັນທີ 11 ພຶດສະພາຢູ່ຮ່າໂນ້ຍ. ທ່ານ ຫງວຽນດຶກເຊີນ ເຈົ້າຂອງວິສາຫະກິດແຫ່ງໜຶ່ງຢູ່ ຍ່າຈາງ ແຂວງແຄ້ງຮ່ວາ ໃຫ້ຮູ້ວ່າ :
    “ ຂ້າພະເຈົ້າຝາກຄວາມຫວັງຕໍ່ຄຸນນະພາບຖັນແຖວບຸກຄະລາກອນຕາມມາດຖານ ຊຶງທ່ານເລຂາທິການໃຫຍ່ ປະທານປະເທດໄດ້ວາງອອກ. ນັ້ນແມ່ນຄຸນນະພາບຂອງບັນດາຜູ້ເປັນພະນັກງານການນຳ ທີ່ສັງກັດ ຄະນະບໍລິຫານງານສູນກາງພັກ ແມ່ນຕ້ອງມີຄວາມໃສສະອາດ, ມີຈິດໃຈທ່ຽງທຳ, ເພື່ອປະຊາຊົນ, ເພື່ອປະເທດຊາດ”
    ສ່ວນທ່ານ ດິງມິນຖື ອະດີດຄະນະປະຈຳພັກແຂວງໆ ກວາງບີງ ໃຫ້ຮູ້ວ່າ :
   “ ສິ່ງສຳຄັນທີ່ສຸດ ແມ່ນວຽກງານບຸກຄະລາກອນ, ເພາະວ່າ ວຽກງານບຸກຄະລາກອນເປັນການຕັດສິນທັງໝົດ. ວຽກງານບຸກຄະລາກອນຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕາມຫຼັກການ, ຖືກຕາມມາດຖານ
 (ແຫຼ່ງຄັດຈາກ VOV)


top