ຂ່າວສານ

ຄຳເຫັນຂອງປະຊາຊົນຕໍ່ເລື່ອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫງວຽນຟູຈ້ອງໄດ້ຮັບເລືອກຕັ້ງເປັນປະທານປະເທດ

ເລື່ອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ດຳລົງຕຳແຫນ່ງປະທານປະເທດທີ່ວາລະປະຊຸມຂອງສະພາແຫ່ງຊາດໃນຕອນບ່າຍວັນທີ 23 ຕຸລາ ແມ່ນຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ, ຂອງພັກ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ສະຫນັບສະຫນູນຈາກປະຊາຊົນ.

ສະມາຊິກສະພາແຫ່ງຊາດປ່ອນບັດເລືອກຕັ້ງປະທານປະເທດ

ທ່ານ Y Khien Nie ຢູ່ ຕາແສງ Ea Tam ນະຄອນ ບວນມາທວດ ແຂວງ ດັກລັກ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫາກໍ່ຕິດຕາມຂ່າວທາງຄື້ນວິທະຍຸກະຈາຍສຽງຫວຽດນາມ ແລະ ໄດ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງໄດ້ຮັບເລືອກຕັ້ງດຳລົງຕຳແຫນ່ງເປັນປະທານປະເທດ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະການເລືອກຕັ້ງປະທານປະເທດແມ່ນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຄັດເລືອກຜູ້ສຸດຈິດສຸດໃຈຕໍ່ພັກ, ຕໍ່ລັດ,ຕໍ່ກັບປະຊາຊົນ ເພື່ອປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ປະຕິບັດເປົ້າໝາຍ ປະເທດຊາດຮັ່ງມີເຂັ້ມແຂງ ສັງຄົມຍຸຕິທຳປະຊາທິປະໄຕສິວິໄລ.”

ທ່ານ ຫງວຽນແທງບີງ ນັກຮົບເກົ່າ ຢູ່ ແຂວງ ຫວີງລອງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ຈະນຳພາປະເທດຊາດ, ນຳພາປະຊາຊົນປະຕິບັດຫນ້າທີ່ຊື່ງພັກ ແລະ ລັດໄດ້ວາງອອກເປັນຢ່າງດີ, ປະຕິບັດຫນ້າທີ່ສ້າງສາປະເທດຫວຽດນາມ ມີຄວາມສັນຕິພາບ ແລະ ພັດທະນາ ຢ່າງມີໄຊ, ນຳປະເທດຊາດກ້າວຂຶ້ນ.”

ໃນຂະນະນັ້ນ ທ່ານ ເຢືອງວັນແບ ຢູ່ ນະຄອນ ເກີນເທີ ຖືວ່າ: ບໍ່ພຽງແຕ່ທ່ານເອງເທົ່ານັ້ນ ຫາກປະຊາຊົນຫລາຍໆຄົນລ້ວນແຕ່ເຫັນດີເຫັນພ້ອມ ແລະ ສະຫນັບສະຫນູນ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ. ໄລຍະຜ່ານມາ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ມີລັດຖະນະໂຍບາຍສຳຄັນຫລາຍຢ່າງເພື່ອນຳປະເທດຊາດພັດທະນາ.

(ແຫຼ່ງຄັດຈາກ VOV)

 


top