ຂ່າວສານ

ຄຳເຫັນຂອງກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບເລື່ອງກ່ຳປັ່ນ ໄຮຢາງ 8 ຂອງ ຈີນ ຖອກອອກຈາກເຂດເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ

ວັນທີ 25 ຕຸລາ ປີ 2019, ເມື່ອຕອບຄຳຖາມຂອງນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງເຖິງເລື່ອງກ່ຳປັ່ນ ໄຮ້ຢາງ 8 ຂອງ ຈີນ ຖອນອອກຈາກເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ.

 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກ່ຳປັ່ນສຳຫລວດທໍລະນີ ໄຮ້ຢາງ 8 ຂອງ ຈີນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງທັດສະນະເປັນຫລາຍຄັ້ງແລ້ວ. ທຸກການເຄື່ອນໄຫວຢູ່ໃນເຂດທະເລ ຫວຽດນາມ ໄດ້ກຳນົດຢູ່ໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຖ້າບໍ່ໄດ້ຮັບການອະນຸຍາດຂອງລັດຖະບານ ຫວຽດນາມ ທຸກການກະທຳລ້ວນແຕ່ແມ່ນລະເມີດສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ. ຫວຽດນາມ ຮຽກຮ້ອງຕ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອຳນາດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ແລະ ບໍ່ມີການກະທຳຄືແບບນີ້ອີກ.
(ແຫຼ່ງຄັດຈາກ VOV)

top