ຂ່າວສານ

ຄຳອວຍພອນປີໃໝ່ປີແມວ - 2023 ຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ປີຂານ - 2022 ໄດ້ຜ່ານຜົ້ນໄປ ທີ່ເຕັມໄປດ້ວຍບັນດາເຫດການທີ່ເປັນໜ້າຈົດຈຳ - ເຊິ່ງເປັນປີທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເກີດຂຶ້ນຢ່າງກະທັນຫັນ, ສົ່ງຜົນກະທົບທີ່ບໍ່ດີໃນຫຼາຍດ້ານ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງ ບໍ່ພຽງແຕ່ສຳລັບປະເທດເຮົາເທົ່ານັ້ນ ຫາກຍັງສຳລັບທົ່ວໂລກອີກດ້ວຍ.
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ 

ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ,\

ລະດູບານໃໝ່ ປີແມວ ພວມໝູນວຽນມາສູ່ທຸກແຖບຖິ່ນໃນທົ່ວປະເທດ ຫວຽດນາມທີ່ແສນຮັກຂອງພວກເຮົາອີກວາລະໜຶ່ງ! ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ທີ່ສັກກະລະບູຊາ ແລະ ເຕັມໄປດ້ວຍຄວາມເບີກບານໃຈນີ້, ໂດຍຕາງໜ້າການນຳພັກ ແລະ ລັດ, ຂ້າພະເຈົ້າຂໍຝາກເຖິງພໍ່ແມ່ພີນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບທຸກຖ້ວນໜ້າໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ພວມອາໄສຢູ່ຕ່າງປະເທດດ້ວຍນ້ຳໃຈຄວາມຮັກແພງສະໜິດສະໜົມ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ອັນດີງາມທີ່ສຸດ. ຂ້າພະເຈົ້າກໍຂໍຝາກເຖິງເພື່ອນມິດຢູ່ 5 ທະວີບ, ປະຊາຊົນປະເທດຕ່າງໆໃນທົ່ວໂລກຄຳອວຍພອນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາບໍ່ຢຸດຢັ້ງ!

        ປີຂານ - 2022 ໄດ້ຜ່ານຜົ້ນໄປ ທີ່ເຕັມໄປດ້ວຍບັນດາເຫດການທີ່ເປັນໜ້າຈົດຈຳ - ເຊິ່ງເປັນປີທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ເກີດຂຶ້ນຢ່າງກະທັນຫັນ, ສົ່ງຜົນກະທົບທີ່ບໍ່ດີໃນຫຼາຍດ້ານ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງ ບໍ່ພຽງແຕ່ສຳລັບປະເທດເຮົາເທົ່ານັ້ນ ຫາກຍັງສຳລັບທົ່ວໂລກອີກດ້ວຍ. ໃນສະພາບການພິເສດນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດ, ເຈດຈຳນົງ ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ, ມານະຫະຍາຍາມສູ້ຊົນບັນລຸໄດ້ຫຼາຍຜົນງານທີ່ສຳຄັນ, ຮອບດ້ານພໍສົມຄວນ, ດ້ວຍບັນດາຂີດໝາຍພົ້ນເດັ່ນ: ທັງສຸມໃສ່ປ້ອງກັນ, ສະກັດກັ້ນ, ຄວບຄຸມໂລກລະບາດ, ທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນ; ການເມືອງສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບປະກັນ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ປັບປຸງ ແລະ ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ, ສ້າງຄວາມປະທັບໃຈອັນດີງາມ, ໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະຊາຊົນ ແລະ ເພື່ອນມິດສາກົນ, ເພື່ອໃຫ້ພວກເຮົາມີຫຼາຍບົດຮຽນອັນລ້ຳຄ່າ. ໂດຍຕາງໜ້າໃຫ້ການນຳພັກ ແລະ ລັດ, ຂ້າພະເຈົ້າ ຍ້ອງຍໍຊົມເຊີຍ, ອວຍພອນ, ແລະ ຂໍຂອບໃຈນຳພໍ່ແມ່ພີ່ນ້ອງ, ສະຫາຍ ແລະ ນັກຮົບໃນທົ່ວປະເທດກ່ຽວກັບບັນດາໝາກຜົນ, ຜົນງານ ແລະ ການປະກອບສ່ວນອັນໃຫຍ່ຫຼວງໃນປີຜ່ານມາ.

ກ້າວເຂົ້າສູ່ໃໝ່ປີແມວ 2023, ແມ່ນປີທີ 3 - ປີບານພັບ, ມີຄວາມໝາຍສຳຄັນໃນການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021- 2025. ດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈບື່ນຕົວຂຶ້ນພັດທະນາໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງ, ວັດທະນາຖາວອນ, ມີຄວາມຜາສຸກ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຄວນສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດກ່ວາອີກ; ສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ວາງອອກຢ່າງມີໄຊ, ສ້າງທ່ວງທ່າ ແລະ ກຳລັງໜູນຊຸກຍູ້ປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນຊຸມປີຕໍ່ໄປ, ປະກອບສ່ວນສ້າງສາປະເທດຊາດຂອງພວກເຮົາໃຫ້ນັບມື້ນັບພັດທະນາ, ເຂັ້ມແຂງ, ວັດທະນາຖາວອນ, ນັບມື້ນັບໃຫຍ່ໂຕໂອໂຖງ, ສວຍງາມກ່ວາເກົ່າ.

ໃນບັນຍາກາດເບີກບານມ່ວນຊື່ນຕ້ອນຮັບປີໃໝ່ປີແມວ, ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພໍ່ແມ່ພີ່ນ້ອງ, ສະຫາຍທຸກໆຄົນ, ແຕ່ລະຄອບຄົວ, ຊາວຫວຽດນາມ ແຕ່ລະຄົນ ປີໃໝ່ມີສຸຂະພາບເຂັ້ມແຂງ, ຜາສຸກ, ເບີກບານມ່ວນຊື່ນ, ແລະ ປະສົບຜົນສຳເລັດ!

ອວຍພອນປີໃໝ່, ຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່, ຄວາມກ້າວໜ້າໃໝ່, ໄຊຊະນະໃໝ່. ທຸກຄອບຄົວມີຄວາມເບີກບານມ່ວນຊື່ນ, ທຸກໆຄົນມີຄວາມຜາສຸກ!

ດ້ວຍຄວາມຮັກແພງ!


top