ຂ່າວສານ

ຄຳສັ່ງຢຸດຍິງໃນໂອກາດງານບຸນອິດສະເຕີຢູ່ ຢູແກຼນ ມີຜົນສັກສິດຢ່າງເປັນທາງການ

ໃນໂອກາດງານບຸນນີ້, ບັນດາກຳລັງ ລັດເຊຍ ໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການຕໍ່ສູ້ຢູ່ທຸກທິດ, ແຕ່ຍັງຮັກສາສະພາບກຽມພ້ອມສູ້ຮົບ.
  ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ (ພາບ: REUTERS)  

ວັນທີ 11 ເມສາຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 32 ົ່ວໂມງ ເນື່ອງໃນໂອກາດງານບຸນອິດສະເຕີ ໂດຍທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ປະກາດໃຊ້ ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ເຂດເກີດການປະທະກັນກັບ ຢູແກຼນ ແລະ ແກ່ຍາວຮອດວັນທີ 12 ເມສາ.

ຕາມວັງ Kremlin, ໃນໂອກາດງານບຸນນີ້ບັນດາກຳລັງ ລັດເຊຍ ໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການຕໍ່ສູ້ຢູ່ທຸກທິດແຕ່ຍັງຮັກສາສະພາບກຽພ້ອມສູ້ຮົບ. ວົງການເຈົ້າໜ້າທີ່ ລັດເຊຍ ຕີຄາວ່າ ຂໍ້ຕົກລົງດັ່ງກ່າວແມ່ນບາດກ້າວມະນຸດສະທຳສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ແລະ ບັນດາຜູ້ເຊື່ອຖືສາມາດເຂົ້າຮ່ວມງານບຸນໃນເງື່ອນໄຂທີ່ປອດໄພກວ່າ.

ສ່ວນຝ່າຍ ຢູແກຼທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ຖະແຫຼງວ່າ ປະເທດນີ້ຈະເຄົາົບຄຳສັ່ງຸດຍິງແຕ່ກໍ່ກ່າວເຕືອນວ່າ ຈະ “ໂຕ້ຕອບຢ່າງສົມເຫດສົມຜົນ” ຖ້າບັນດາການບຸກໂຈມຕີສືບຕໍ່ເກີດຂຶ້ນ.


top