ຂ່າວສານ

ຄຳຂອບໃຈຈາກຄະນະຈັດຕັ້ງພິທີງານສົບ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ

ທີ່ໄດ້ສົ່ງໂທລະເລກ, ພວງມາລາ, ເຂົ້າຮ່ວມພິທີໄວ້ອາໄລ, ພິທີໄວ້ອາໄລເຄົາລົບສົບ, ພິທິປົງສົບທ່ານ ໂດ໊ເມື່ອຍ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ແນວໂຮມປະເທດຊາດ ຫວຽດນາມ, ຄະນະຈັດຕັ້ງພິທີງານສົບ ແລະ ຄອບຄົວທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຂໍຝາກຄຳຂອບໃຈຢ່າງຈິງໃຈເຖິງ:

-      ພໍ່ແມ່ປະຊາຊົນ, ບັນດາສະຫາຍ

-      ບັນດານັກຮົບປະຕິວັດຜູ້ອາວຸໂສ;

-      ບັນດານັກປັນຍາຊົນ, ນັກຮຽນຮູ້, ຜູ້ມີຍົດຖາບັນດາສັກ;

-      ບັນດາອົງການ, ໝູ່ຄະນະ, ທ້ອງຖິ່ນ, ຫົວໜ່ວຍ;

-      ບັນດາກຳລັງປະກອບອາວຸດປະຊາຊົນ;

-      ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ;

-      ບັນດາອົງການທຸຕານຸທູດ, ອົງການຕາງໜ້າ ແລະ ເພື່ອນມິດສາກົນ;

ທີ່ໄດ້ສົ່ງໂທລະເລກ, ພວງມາລາ, ເຂົ້າຮ່ວມພິທີໄວ້ອາໄລ, ພິທີໄວ້ອາໄລເຄົາລົບສົບ, ພິທິປົງສົບທ່ານ ໂດ໊ເມື່ອຍ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ອະດີດປະທານສະພາລັດຖະມົນຕີ (ປະຈຸບັນແມ່ນນາຍົກລັດຖະມົນຕີ) ປະເທດ ສສ ຫວຽດນາມ; ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)



top