ຂ່າວສານ

ຄາດ​ວ່າ​ສະ​ໜາມ​ບິນ​ລອງ​ແທັງ ຈະ​ເປີດ​ບໍ​ລິ​ການ​ດ້ານ​ການ​ຄ້າ​ແຕ່​ວັນ​ທີ 1 ທັນ​ວາ

ACV ກໍ່​ສະ​ເໜີ​ຂັ້ນ​ຕອນ​ຫັນ​ປ່ຽນ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ສະ​ໜາມ​ບິນ​ລອງ​ແທັງ ແລະ ເຕິນ​ເຊີນ​ເຍິດ ຕາມ 3 ໄລ​ຍະ.

  ​ສະ​ໜາມ​ບິນ​ລອງ​ແທັງ (ພາບ: VNA)  
​ບໍ​ລິ​ສັດ​ໃຫຍ່​ທ່າ​ອາ​ກາດ​ສະ​ຍານ ຫວຽດ​ນາມ (ACV) ຄາດ​ວ່າ ສະ​ໜາມ​ບິນ ລອງ​ແທັງ​ໄລ​ຍະ 1 ຈະ​ເປີດ​ບໍ​ລິ​ການດ້ານ​ການ​ຄ້າ​ແຕ່​ວັນ​ທີ 1 ທັນ​ວາ. ACV ພວມ​ຊີ້​ນຳ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຜູ້​ຮັບ​ເໝົາ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ເພື່ອ​ກໍ່​ສ້າງ​ສຳ​ເລັດ​ບັນ​ດາ​​ກິດ​ຈະ​ກຳ​ຍ່ອຍໃຫ້​ສຳ​ເລັດ​, ຕິດ​ຕັ້ງ​ວັດ​ຖຸ​ອຸ​ປະ​ກອນ ແລະ ລະ​ບົບ​ເຕັກ​ນິກ. ວິ​ສາ​ຫະ​ກິດ​ວາງ​ເປົ້າ​ໝາຍ​ປະ​ຕິ​ບັດ​ສຳ​ເລັດ​ທຸກວຽກ​ງານ​ກໍ່​ສ້າງ ​ຊ້າ​ທີສຸດ​ແມ່ນ​ໃນ​ເດືອນ​ກັນ​ຍາ​ເພື່ອ​​ເຄື່ອນ​ໄຫວ​ທົດ​ລອງ​ກ່ອນ​ທີ່​ສະ​ໜາມ​ບິນເປີດ​ບໍ​ລິ​ການ​ດ້ານການ​ຄ້າ. ACV ກໍ່​ສະ​ເໜີ​ຂັ້ນ​ຕອນ​ຫັນ​ປ່ຽນ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ສະ​ໜາມ​ບິນ​ລອງ​ແທັງ ແລະ ເຕິນ​ເຊີນ​ເຍິດ ຕາມ 3 ໄລ​ຍະ. ໄລ​ຍະ​ໜຶ່ງ​ແຕ່​ວັນທີ 1 ທັນ​ວາ 2026 ຫາ​ວັນ​ທີ 27 ມີ​ນາ 2027, ລອງ​ແທັງ​ຈະ​ຮັບ​ເອົາ​ບັນ​ດາ ​ບໍ​ລິ​ສັດການ​ບິນ ​ທີ່​ມີ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ສະ​ໜາມ​ບິນ, ໃຫ້​ບຸ​ລິ​ມະ​ສິດ​ບັນ​ດາບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ຂຸດ​ຄົ້ນ​ສາຍ​ການ​ບິນ​ສາ​ກົນ ຕາມ​ແຜນ​ການ​ສະ​ເພາະ. ໄລ​ຍະ​ທີ​ສອງ, ແຕ່​ວັນ​ທີ 28 ມີ​ສາ ຫາ​ວັນ​ທີ 30 ຕຸ​ລາ 2027, ບັນ​ດາ​​ສາຍ​ການ​ບິນ​ໄປແລະ​ກັບ ເອີ​ລົບ, ອາ​ເມ​ລິ​ກາ, ອາບ​ຟ​ຼິກ​ກາ, ພາ​ກ​ພື້ນ​ຕາ​ເວັນ​ອອກ​ກາງ ພ້ອມ​ກັບ​ບັນ​ດາສາຍ​ການ​ບິນ​ສາ​ກົນ​ໃໝ່… ໄລ​ຍະ​ທີ​ສາມ, ແຕ່​ວັນ​ທີ 31 ຕຸ​ລາ 2027 ​ຮອດວັນ​ທີ 25 ມີ​ນາ 2028, ລອງ​ແທັງ​ຈະ​ກາຍ​ເປັນ​ສະ​ໜາມ​ບິນ​ທີ່​ໃຫ້​ບໍ​ລິ​ການ​ຖ້ຽວ​ບິນ​ສາ​ກົນ​ເກືອບ​ທັງ​ໝົດ.


top