ຕາມທ່ານ Tim Leelahaphan ນັກຊ່ຽວຊານເສດຖະກິດ ຮັບຜິດຊອບ ໄທ ແລະ ຫວຽດນາມ ຂອງທະນາຄານ Standard Chartered ແລ້ວ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະມີໂອກາດຟື້ນຟູຫຼາຍໃນໄຕມາດທີ V/2021.
ສິ່ງດັ່ງກ່າວ ແມ່ນຂຶ້ນກັບວິວັດການເປີດປະຕູຄືນໃໝ່ຂອງບັນດາວິສາຫະກິດ ແລະ ການເຄື່ອນໄຫວດຳເນີນທຸລະກິດ. ທະນາຄານດັ່ງກ່າວ ກໍໃຫ້ຂໍ້ສັງເກດວ່າ ລະດັບການຟື້ນຟູເສດຖະກິດຂອງ ຫວຽດນາມ ຈະເພີ່ມຂຶ້ນໃນປີ 2022 ແລະ ຮັກສາລະດັບຄາດຄະເນການເຕີບສຳລັບປີ 2022 ແມ່ນຢູ່ໃນລະດັບ 7%.
ນັກຊ່ຽວຊານທະນາຄານ Standard Chartered ກໍຕີລາຄາວ່າ ສະພາບການໂລກລະບາດ ບວກກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ໄດ້ປະຕິບັດໃນໄລຍະຍາວ ອາດຈະກໍ່ຜົນກະທົບຕໍ່ພື້ນຖານເສດຖະກິດໃນໄລຍະສັ້ນ ແລະ ໄລຍະຍາວ. ເຖິງຢ່າງໃດກໍຕາມ, ຖານະດ້ານການຄ້າຂອງ ຫວຽດນາມ ຍັງສືບຕໍ່ມີຄວາມເຂັ້ມແຂງຢູ່ນັບທັງໃນໄລຍະສັ້ນ ແລະ ໄລຍະປານກາງ.
(ແຫຼ່ງຄັດຈາກ VOV)