ຂ່າວສານ

ຄາດວ່າ ໄພເງິນເຟີ້ຂອງ ຫວຽດນາມ ໃນປີ 2022 ຢູ່ໃນລະດັບຕ່ຳກວ່າ 4%

      ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ໜ້າພຽງລາຄາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ແຕ່ລະດັບເພີ່ມອັດຕາເງິນເຟີ້ຢູ່ ຫວຽດນາມ ໃນປີ 2022 ແມ່ນບໍ່ເປັນໜ້າວິຕົກກັງວົນ
ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ (ພາບ: VOV)
      ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງແຮງ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ໜ້າພຽງລາຄາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້ ແຕ່ລະດັບເພີ່ມອັດຕາເງິນເຟີ້ຢູ່ ຫວຽດນາມ ໃນປີ 2022 ແມ່ນບໍ່ເປັນໜ້າວິຕົກກັງວົນ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ ສະພາບການຜັນແປຂອງຕະຫຼາດ, ລາຄາຢູ່ ຫວຽດນາມ ປີ 2021 ແລະ ການຄາດຄະເນປີ 2022 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 4 ມັງກອນຢູ່ ຮ່າໂນ້ຍ.
        ທີ່ກອງປະຊຸມສຳມະນາ, ທ່ານຮອງສາດສະດາຈານ. ປອ. ດິງຈ້ອງທິ້ງ, ສະຖາບັນການເງິນ, ຄາດຄະເນວ່າ:
        ແຜນການທຳອິດ, ປີ 2022, ພື້ນຖານເສດຖະກິດໂລກຄາດວ່າຈະມີການເຕີບໂຕຊ້າລົງ, ພື້ນຖານເສດຖະກິດຂອງ ຫວຽດນາມ ກໍມີການເຕີບໂຕຊ້າລົງ, ປະມານ 6 ຫາ 6,5%, ໄພເງິນເຟີ້ແມ່ນຢູ່ປະມານ 2,8 ຫາ 3,2%. ຖ້າຫາກວ່າ ແຜນການເສດຖະກິດໂລກມີການປັບຕົວໄດ້ເປັນຢ່າງດີກວ່າ, ການເຕີບໂຕກໍດີກວ່າ, ເວລານັ້ນ ພື້ນຖານເສດະກິດຂອງ ຫວຽດນາມ ອາດຈະມີການເຕີບໂຕດີ ແລະ ຖ້າພວກເຮົາຍັງສືບຕໍ່ຍາດແຍ່ງເອົາໂອກາດຈາກສັນຍາການຄ້າເສລີສະບັບຕ່າງໆນັ້ນ, ພວກເຮົາອາດຈະບັນລຸລະດັບການເຕີບໂຕປະມານ 7 ຫາ 7,5% ໃນປີ 2022 ແລະ ໃນກໍລະນີນີ້, ລະດັບເງິນເຟີ້ຂອງຫວຽດນາມ ອາດຈະຢູ່ໃນລະດັບແຕ່ 3,5 ຫາ 3,8%.”
(ແຫຼ່ງຄັດຈາກ VOV)


top