ຂ່າວສານ

ຄາດວ່າ ຫວຽດນາມ ຈະນຳໜ້າກ່ຽວກັບການເຕີບໂຕຢູ່ ອາຊີຕາເວັນອອກສຽງໃຕ້ ໃນໄລຍະປີ 2022-2025

ຫວຽດນາມ ຈະເປັນພື້ນຖານເສດຖະກິດເຕັກນິກດີຈີຕອນ ທີ່ເຕີບໂຕແຮງທີ່ສຸດໃນໄລຍະປີ 2022-2025.
  (ພາບປະກອບ: weforum.org)  

ວັນທີ 27 ຕຸລາ, Google, Temasek ແລະ Bain & Company ໄດ້ປະກາດບົດລາຍງານຫຼ້າສຸດ ໂດຍໃຫ້ເຫັນວ່າ 6 ກຸ່ມພື້ນຖານເສດຖະກິດດີຈີຕອນແຖວໜ້າຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ການເຕີບໂຕໄວ ກວ່າການຄາດຄະເນໃນປີ 2022, ຄາດຄະເນວ່າຈະບັນລຸມູນຄ່າແລກປ່ຽນສິນຄ້າທັງໝົດ (GMV) ໄດ້ 200 ຕື້ ໂດລາສະຫະລັດ ໃນປີນີ້. ໃນນັ້ນ, ບົດລາຍງານໄດ້ໃຈໃສ່ວ່າ ຫວຽດນາມ ຈະເປັນພື້ນຖານເສດຖະກິດເຕັກນິກດີຈີຕອນ ທີ່ເຕີບໂຕແຮງທີ່ສຸດໃນໄລຍະປີ 2022-2025. ລະອຽດຄື, ບົດລາຍງານ “e-Conomy SEA 2022” ໄດ້ລະບຸຢ່າງຈະແຈ້ງວ່າດ້ວຍຜົນດັ່ງກ່າວ, 6 ກຸ່ມເສດຖະກິດດິຈີຕອນແຖວໜ້າຂອງພາກພື້ນ ໃນນັ້ນມີ ຫວຽດນາມ, ຈະບັນລຸເປັ້າໝາຍ 200 ຕື້ ໂດລາສະຫາລັດ ໄວກວ່າ 3 ປີ ທຽບໃສ່ການຄາດເນ. ນອກນັ້ນ, ບົດລາຍງານຍັງໄດ້ເນັ້ນໜັກວ່າ, ການຄ້າເອເລັກໂຕນິກ ສືບຕໍ່ເປັນແຮງກະຕຸ້ນການເຕີບໂຕ ເຖິງວ່າບັນດາຮູບການການຄ້າທີ່ເປັນມູນເຊື້ໄດ້ຄ່ອຍໆຟື້ນຟູ ພາຍຫຼັງມາດຕະການຈຳກັດການຕ້ານໂລກລະບາດໄດ້ຍົກເລີກ.


top