ຂ່າວສານ

ຄາດວ່າ, ຫວຽດນາມ ຈະຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານ ໃນເດືອນ ເມສາ 2023

ເພື່ອເປັນຂີດໝາຍເຫດການນີ້, ກະຊວງແຜນການ ແລະ ການລົງທຶນ (ກົມໃຫຍ່ສະຖິຕິ) ເປັນເຈົ້າການສົມທົບກັບກະຊວງ ສາທາລະນະສຸກ, ກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ
  ຫ້ອງເບິ່ງແຍງດູແລລູກອ່ອນຢູ່ໂຮງໝໍ (ພາບປະກອບ:Dương Ngọc/TTXVN)  

ກົມໃຫຍ່ສະຖິຕິ (ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ອົງການນີ້ພວມກະກຽມໃຫ້ເຫດການ ຫວຽດນາມ ຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານ. ຕາມອົງການນີ້ແລ້ວ, ໃນສະພາບຄວາມແກ່ງແຍ້ງເສດຖະກິດທົ່ວໂລກ, ທຸກໆປະເທດລ້ວນແຕ່ຖືແຫຼ່ງຊັບພະຍາກອນມະນຸດແມ່ນເຄື່ອງມືີທີ່ສຳຄັນທີ່ສຸດ ເພື່ອຍົກສູງກຳລັງຄວາມແກ່ງແຍ້ງແຫ່ງຊາດ, ເລື່ອງ ຫວຽດນາມ ຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານນັ້ນ ໄດ້ຮັບຖືວ່າ ແມ່ນຂີດໝາຍເປັນໜ້າເອກອ້າງທະນົງໃຈ. ດ້ວຍຈຳນວນພົນລະເມືອງ 100 ລ້ານຄົນ ບວກກັບບັນດານະໂຍບາຍສົ່ງເສີມການລົງທຶນພັດທະນາທີ່ເໝາະສົມ, ສະພາບແວດລ້ອມດ້ານການເມືອງສະຖຽນລະພາບ, ພື້ນຖານວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນຊາດນັ້ນ, ຫວຽດນາມ ຈະກາຍເປັນປະເທດທີ່ເຕັມໄປດ້ວຍຄວາມປະທັບໃຈໃນສາຍຕາເພື່ອນມິດສາກົນ.

ເພື່ອເປັນຂີດໝາຍເຫດການນີ້, ກະຊວງແຜນການ ແລະ ການລົງທຶນ (ກົມໃຫຍ່ສະຖິຕິ) ເປັນເຈົ້າການສົມທົບກັບກະຊວງ ສາທາລະນະສຸກ, ກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ບັນດາອົງການກ່ຽວຂ້ອງ ຈັດເຫດການໃຫຍ່ຂ່ຳນັບຮັບຕ້ອນພົນລະເມືອງຜູ້ທີ 100 ລ້ານຂອງປະເທດຊາດ. ຄາດວ່າ ເວລາຈັດເຫດການແມ່ນກາງເດືອນ ເມສາ 2023, ດ້ວຍ 3 ເຫດການໃຫຍ່, ຄື: ພິທີສວນສະໜາມ 100 ລ້ານຮອຍຕີນຂອງລູກຫຼານ ລາກຮົ່ງ; ງານໂຮມຊຸມນຸມມິດຕິງເຫດການ ຫວຽດນາມ ຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານ; ພິທີຢ້ຽມຢາມ ແລະ ຕ້ອນຮັບພົນລະເມືອງຜູ້ທີ 100 ລ້ານຢູ່ໂຮງໝໍ.

top