ຂ່າວສານ

ຄາດຄະເນພື້ນຖານເສດຖະກິດ ຫວຽດນາມ ປີ 2020 ຈະບັນລຸລະດັບການເຕີບໂຕ 3,8%

      ແງ່ຫວັງດ້ານເສດຖະກິດ ຫວຽດນາມ ໃນປີ 2020 ຈະອີງໃສ່ຄວາມສາມາດຄວບຄຸມໂລກພະຍາດ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກນັບທັງຢູ່ຕ່າງປະເທດອີກດ້ວຍ. ລະດັບການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນປີ 2020 ອາດຈະບັນລຸໄດ້ 3,8%. 
            ນັ້ນແມ່ນການຄາດຄະເນໄດ້ຍົກອອກໃນບົດລາຍງານເສດຖະກິດມະຫາພາກໄຕມາດ 2 ແລະ 6 ເດືອນຕົ້ນປີ ໂດຍສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ປະກາດໃນວັນທີ 21 ກໍລະກົດ ຢູ່ຮ່າໂນ້ຍ. ບົດລາຍງານຂອງ VEPR ໄດ້ຊີ້ແຈ້ງວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ມີລະດັບການເຕີບໂຕເສດຖະກິດເປັນບວກໃນໄຕມາດ 2 ປີ 2020, ບັນລຸ 0,36%.

ພິທີປະກາດບົດລາຍງານເສດຖະກິດມະຫາພາກໄຕມາດ 2 ແລະ 6 ເດືອນຕົ້ນປີ
      ບັນດາປັດໄຈອາດຈະໜູນຊວ່ຍໃຫ້ແກ່ການເຕີບໂຕໃນ 6 ເດືອນທ້າຍປີລວມມີ: ເລື່ອງສຳເລັດການເຊັນສັນຍາການຄ້າເສລີ ແລະ ອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA ແລະ IPA) ນຳມາໃຫ້; ຄວາມຄືບໜ້າການປ່ອຍເງິນ ແລະ ປະຕິບັດບັນດາໂຄງການລົງທຶນສາທາລະນະຈຸດສຸມໄດ້ຮັບການຍູ້ໄວ; ຄ່າໃຊ້ຈ່າຍເຊື້ອເພີງ, ວັດສະດຸຮັກສາຢູ່ໃນລະດັບຕ່ຳ; ໄພເງິນເຟີ້ໄດ້ຮັບການຮັກສາຢູ່ໃນລະດັບຕ່ຳ.
 (ແຫຼ່ງຄັດຈາກ VOV)


top