ຂ່າວສານ

ຄາດຄະເນການສົ່ງອອກສິນຄ້າຂອງຫວຽດນາມທັງປີຈະເພີ່ມຂຶ້ນ 7-7,5%

      ວົງເງິນການສົ່ງອອກຂອງຫວຽດນາມ 7 ເດືອນທີ່ຜ່ານມາຄາດວ່າບັນລຸໄດ້ກ່ວາ 145 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2018. 

ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ (ພາບ: TTXVN)
      ອີງຕາມຕົວເລກທີ່ກະຊວງອຸດສະຫະກຳແລະການຄ້າຫວຽດນາມໄດ້ປະກາດ ທີ່ກອງປະຊຸມກ່ຽວກັບສະພາບການຄຸ້ມຄອງລັດໃນຂົງເຂດການສົ່ງອອກ-ນຳເຂົ້າສິນຄ້າໃນໄລຍະ 7 ເດືອນຂອງປີ 2019 ເຊິ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ, ວົງເງິນການສົ່ງອອກຂອງຫວຽດນາມ 7 ເດືອນທີ່ຜ່ານມາຄາດວ່າບັນລຸໄດ້ກ່ວາ 145 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2018; ດຸນການຄ້າຍັງສືບຕໍ່ຮັກສາໄວ້ການເກີນດຸນສົ່ງອອກ,ດ້ວຍລະດັບການຄ້າເກີນດຸນໃນ 7 ເດືອນແມ່ນ 1,79 ຕື້ໂດລາສະຫະລັດ; ມີ 24ປະເພດສິນຄ້າສົ່ງອອກທີ່ບັນລຸໄດ້ຫຼາຍກວ່າ 1 ຕື້ໂດລາສະຫະລັດ… ສິ່ງດັ່ງກ່າວນີ້ໄດ້ຊີ້ໃຫ້ເຫັນວ່າ: ເຖິງວ່າຈະປະເຊີນໜ້າກັບສິ່ງທ້າທາຍທີ່ມາຈາກຄວາມບໍ່ລົງລອຍກັນລະຫວ່າງປະເທດໃຫ່ຍກ່ຽວກັບການກຳນົດການຄ້າທົ່ວໂລກກໍ່ຕາມແຕ່ວ່າການນຳເຂົ້າ-ສົ່ງອອກໃນ 7 ເດືອນທີ່ຜ່ານມາກໍ່ຍັງບັນລຸໄດ້ໃກ້ກັບຕົວເລກທີ່ກະຊວງອຸດສະຫະກຳແລະການຄ້າຫວຽດນາມໄດ້ຄາດຄະເນໄວ້ໃນເວລາສ້າງແຜນການການສົ່ງອອກເຕີບໂຕ 6-8% ເມື່ອທຽບໃສ່ປີກາຍ. ອີງຕາມການຄາດຄະເນຂອງກະຊວງອຸດສະຫະກຳແລະການຄ້າຫວຽດນາມແລ້ວ, ໝົດປີ 2019, ການສົ່ງອອກສິນຄ້າຂອງຫວຽດນາມອາດຈະບັນລຸໄດ້ປະມານ 261-262 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7-7,5% ເມື່ອທຽບໃສ່ປີ 2018.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຕວ໊ນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເນັ້ນໜັກວ່າ:
        “ລັດຖະບານໄດ້ຮຽກຮ້ອງໃຫ້ກະຊວງອຸດສາຫະກໍາຕ້ອງສ້າງແຜນການໃຫ້ແກ່ການເຕີບໂຕ. ຕ້ອງເປັນເຈົ້າການໃນການຄົ້ນຄວ້າ, ສໍາຫຼວດກວດກາຕະຫຼາດ , ສິນຄ້າຫຼັກແຫຼ່ງແຕ່ລະຂະແໜງຢ່າງລະອຽດ ເພື່ອພິຈາລະນາກໍາລັງຄວາມອາດສາມາດໃນການຜະລິດ, ກໍາລັງຄວາມສາມາດໃນການແກ້ງແຍ້ງ... ທີ່ຈະນໍາມາໃຫ້ກາລະໂອກາດ ແລະ ກໍາລັງຄວາມສາມາດຂອງການເຕີບໂຕໃນຊຸມເດືອນທ້າຍປີ.
        ໃນຂະນະນັ້ນ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
        “ພວກເຮົາຕ້ອງມີການສົ່ງເສີມການສົ່ງອອກຮູບແບບໃໝ່, ຕາມທິດໜູນຊ່ວຍບັນດາເປົ້າໝາຍສົ່ງອອກ, ບັນດາວິສາຫະກິດສົ່ງອອກ, ບັນດາຂະແໜງການສົ່ງອອກ ຕາມທິດສ້າງເຄື່ອງໝາຍການຄ້າ ແລະ ສໍາຜັດກັບບັນດາມາດຕະການສົ່ງເສີມ... ລະອຽດຄື ໂຮນລັງ, ແຟງລັງ... ທາງກົມຊອກຫາໄດ້ບາງຂະແໜງສິນຄ້າ, ຜະລິດຕະພັນລະອຽດຄື ສະບຽງອາຫານ organic, ຜະລິດຕະພັນໄມ້ປຸງແຕ່ງ, ຜະລິດຕະພັນກະສິກໍາປຸງແຕ່ງ.... ແລ້ວຊອກຫາບັນດາຄູ່ຮ່ວມມືລະອຽດ, ຫຼັງຈາກນັ້ນ ກໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາຫົວໜ່ວຍກ່ຽວຂ້ອງ ແລະ ຄູ່ຮ່ວມມືສອງຝ່າຍໄດ້ພົບປະ, ແລກປ່ຽນ, ໜູນຊ່ວຍກັນໃນກໍລະນີທີ່ມີຄວາມຈໍາເປັນ”.
 (ແຫຼ່ງຄັດຈາກ VOV)


top