ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025;
ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ລົງວັນທີ 26 ເມສາ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງການນຳພັກ, ລັດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025; ຄະນະຜູ້ແທນຂັ້ນສູງ ກຳປູເຈຍໂດຍ ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP), ປະທານສະພາສູງແຫ່ງ ລາຊະອານາຈັກ ກຳປູເຈຍ Hun Sen ນຳໜ້າຄະນະຈະມາ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ ແຕ່ວັນທີ 29 – 30 ເມສາ 2025 ເຊັ່ນດຽວກັນ.