ຂ່າວສານ

ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ​ພັກ​ສະ​ຫະ​ພັນ​ພົນ​ລະ​ເມື​ອງ ຮູງ​ກາ​ຣີ ມາ​ຢ້ຽມ​ຢ​າມ ຫວຽດ​ນາມ

ຕອນບ່າຍວັນທີ 3 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກຳອຳນາດ ສະຫະພັນ ພົນລະເມືອງ ຮູງກາຣີ, ໂດຍທ່ານນາງ Novak Katalin, ຮອງປະທານພັກ, ນຳໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໃຫ້ການຕ້ອນຮັບຄະນະຜູ້ແທນພັກກຳອຳນາດ ສະຫະພັນ ພົນລະເມືອງ ຮູງກາຣີ (ພາບ: TTXVN)

ທ່ານ ເຈິ່ນກວກເວື້ອງ ໄດ້ຕີລາຄາສູງ ບົດບາດ, ຖານະຕຳແໜ່ງ ຂອງ ພັກສະຫະພັນພົນລະເມືອງ ຮູງກາຣີ ໃນການພັດທະນາ ເສດຖະກິດ - ສັງຄົມ ຮູງກາຣີ ໃຫ້ມີສະຖຽນລະພາບ, ກໍ່ຄືການຊຸກຍູ້ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ, ທ່ານເນັ້ນໜັກວ່າ ສອງພັກຄວນເພີ່ມທະວີການເຈລະຈາຂັ້ນສູງ, ປະຕິບັດຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວເປັນຢ່າງດີ, ແປ່ງປັນຂໍ້ມູນ, ບົດຮຽນປະສົບການ, ແລກປ່ຽນກ່ຽວກັບບັນດາບັນຫາພົ້ນເດັ່ນໃນການພົວພັນສອງພັກ, ສອງລັດ, ເພື່ອແນໃສ່ສ້າງພື້ນຖານການເມືອງໃຫ້ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກ່ວາ, ກຳນົດທິດພັດທະນາການພົວພັນລະຫວ່າງສອງປະເທດໃນອະນາຄົດ.

ສ່ວນທ່ານນາງ Novak Katalin ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສ້າງກຳລັງໜູນໃນການແກ້ໄຂບັນດາໂຄງການຮ່ວມມືໃຫຍ່ລະຫວ່າງສອງລັດໃນໄລຍະຈະມາເຖິງ.

ແລະກໍ່ໃນວັນທີ 3 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນການພັກ, ໄດ້ເປັນປະທານການເຈລະຈາກັບຄະນະຜູ້ແທນພັກກຳອຳນາດສະຫະພັນພົນລະເມືອງ ຮູງກາຣີ.

(ແຫຼ່ງຄັດຈາກ VOV)


top