ຂ່າວສານ

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ນີ​ກາ​ຣາກວາ

ໃນລະຫວ່າງ ວັນທີ 8 – 11 ກຸມພາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນີກາຣາກວາ, ຕາມຄຳເຊື້ອເຊີນຂອງພັກແນວໂຮມປົດປ່ອຍຊາດ Sandino (FSLN) ກຳອຳນາດ.

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກພົບປະກັບ ທ່ານ ເລຂາທິການໃຫຍ່ ພັກFSLN, ປະທານາທິບໍດີ ນີກາຣາກວາ Daniel Ortega (ພາບ: TTXVN)

ທີ່ບັນດາການພົບປະກັບທ່ານ ເລຂາທິການໃຫຍ່ ພັກFSLN, ປະທານາທິບໍດີ ນີກາຣາກວາ Daniel Ortega, ທ່ານ ຮອງປະທານາທິບໍດີ Rosario Murrillo, ທ່ານ ປະທານສະພາແຫ່ງຊາດ Gustavo Porras, ທ່ານນາງ ເຈືອງທິມາຍ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບພັກ , ລັດ ແລະ ປະຊາຊົນ ນີກາຣາກວາ ໃຫ້ເລິກເຊິ່ງກ່ວາອີກ. ສ່ວນການນຳພັກ, ລັດ, ສະພາແຫ່ງຊາດນີກາຣາກວາ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້, ເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເປັນຕົ້ນແມ່ນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຄື: ກະສິກຳ, ສ້າງພື້ນຖານໂຄງລ່າງ, ການຄ້າ…

ໃນຂອບເຂດການຢ້ຽມຢາມ, ຜູ້ຕາງໜ້າພັກກອມມູນິດ ຫວຽດນາມ ແລະ ພັກ FSLN ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2020 – 2025 ເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດຕື່ມອີກ.

(ແຫຼ່ງຄັດຈາກ VOV)


top