ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ: ຍູ້​ແຮງກ​ານ​ພັດ​ທະ​ນາ​ເສດ​ຖະ​ກິດ​ທາງ​ທະ​ເລ​ຢູ່ ຫວຽດ​ນາມ

ທີ່ການຊັກຖາມ, ລັດຖະມົນຕີ ບັນດາກະຊວງຕ່າງໆ ໄດ້ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ໄດ້ຮັບປະຊາຊົນມີຄວາມສົນໃຈ. 

ການຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມຄັ້ງທີ 36 (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 36, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ,ວັນທີ 15 ສິງຫາ ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ ກັບບັນດາສະມາຊິກລັດຖະບານກ່ຽວກັບການປະຕິບັດບັນດາມະຕິທີ່ໄດ້ດຳເນີນ, ການສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ຊັກຖາມແຕ່ຕົ້ນອາຍຸການຈົນຮອດໝົດປີ2018ເຊິ່ງຈະດຳເນີນເປັນເວລາ 1 ວັນ.

ທີ່ການຊັກຖາມ, ລັດຖະມົນຕີ ບັນດາກະຊວງຕ່າງໆ ໄດ້ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ໄດ້ຮັບປະຊາຊົນມີຄວາມສົນໃຈ. ເມື່ອຕອບຄຳຊັກຖາມກ່ຽວກັບແຜນນະໂຍບາຍການພັດທະນາເສດຖະກິດທະເລຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດ ມະຕິ 10 ສະບັບ, ຂໍ້ຕົກລົງກ່ວາ 100 ສະບັບ ກ່ຽວກັບການຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ການວາງແຜນຜັງ, ໂຄງການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບທາງທະເລ, ໝູ່ເກາະ, ພ້ອມກັບເອກະສານນິຕິກຳຫຼາຍສະບັບ…ທ່ານຫງວຽນຊວັນເກື່ອງກ່າວວ່າ

ປັດຈຸບັນ ຫວຽດນາມ ມີ ທ່າກ່ຳປັ່ນ, ເຂດທອດສະໝໍຫຼາຍແຫ່ງໄດ້ຮັບການຍົກລະດັບໃນແຕ່ລະບາດກ້າວ. ສ່ວນອຸປະກອນ, ສຳລັບກ່ຳປັ່ນມີລວງຍາວປະມານ 24 ແມັດ ຂຶ້ນໄປພວມເລີ່ມຕິດຕັ້ງບັນດາອຸປະກອນຕິດຕາມກວດກາການເດີນທາງ. ນີ້ແມ່ນບັນດາການກະທຳຢ່າງລະອຽດ ຕາມກົດໝາຍວ່າດ້ວຍສິນໃນນ້ຳ ເພື່ອໃຫ້ເສດຖະກິດທາງທະເລ ຫວຽດນາມ ພັດທະນາຫຼາຍກວ່າອີກ. ນອກຈາກນັ້ນ, ພວກເຮົາພວມສຸມໃສ່ເຂົ້າບັນດາກຸ່ມວິທີການເພື່ອແກ້ໄຂບັດເຫຼືອງຕໍ່ບັນດາການກະທຳຂຸດຄົ້ນສິນທະເລຂອງ ຫວຽດນາມ (IUU)ໂດຍໄວເພື່ອໃຫ້ຂະແໜງຂຸດຄົ້ນສິນທະເລ ຫວຽດນາມ ມີການເຄື່ອນໄຫວເປັນປົກກະຕິ.

ເມື່ອຕອບບາງຄຳຖາມກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກ, ພິເສດແມ່ນເຂດຊົນເຜົ່າສ່ວນໜ້ອຍ, ທ່ານ ດ່າວງັອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ວຽກງານຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍບັນລຸໄດ້ໝາກຜົນທີ່ດີ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງຈະແຈ້ງ.

ແລະກໍ່ທີ່ການຊັກຖາມ, ບັນດາລັດຖະມົນຕີໄດ້ຕອບຄຳຊັກຖາມກ່ຽວຂ້ອງເຖິງ 4 ມະຕິວ່າດ້ວຍການຕິດຕາມກວດກາຫົວເລື່ອງສະເພາະຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບນະໂຍບາຍ, ກົດໝາຍ ກ່ຽວກັບການພັດທະນາວິທະຍາສາດ, ອຸດສາຫະກຳເພື່ອແນໃສ່ຊຸກຍູ້ຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝໃນໄລຍະ 2015 – 2020.

ກ່າວຄຳເຫັນໃນພິທີອັດການຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

ການຊັກຖາມໄດ້ດຳເນີນໄປຢ່າງຟົດຟື້ນ, ສະແດງໃຫ້ເຫັນຈິດໃຈປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດ, ບັນດາສະມາຊິກ ລັດຖະບານ, ຫົວໜ້າຂະແໜງ. ຕໍ່ບັນດາບັນຫາທີ່ເຄັ່ງຮ້ອນຂອງປະຊາຊົນ, ຜູ້ມີສິດເລືອກຕັ້ງນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຄົ້ນຄ້ວາ ບັນດາບົດລາຍງານຢ່າງລະອຽດ, ຖາມກົງກັບບັນຫາທີ່ຍັງມີຄົງຄ້າງ, ຫຼືຍັງບໍ່ທັນໄດ້ເຕື້ອງເຖິງເພື່ອເຮັດແຈ້ງໃນບັນດາບົດລາຍງານ ແລະ ຕັ້ງໜ້າໂຕ້ວາທີເພື່ອໄປເຖິງສາຍເຫດຕົ້ນຕໍ່ຂອງບັນຫາ.

(ແຫຼ່ງຄັດຈາກ VOV)


top