ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການປ່ຽນ​ເພດ

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 23, ຕອນເຊົ້າວັນທີ 12 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງການສະເໜີສ້າງຮ່າງກົດໝາຍວ່າດ້ວຍການປ່ຽນເພດ.
  ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)  
ການສ້າງຮ່າງກົດໝາຍແນໃສ່ຫັນແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການຮັບປະກັນ ແລະ ປະຕິບັດສິດທິມະນຸດເປັນລະບອບລະບຽບການ, ຜັນຂະຫຍາຍການປະຕິບັດຂໍ້ກຳນົດຂອງກົດໝາຍອາຍາ ແລະ ກົດໝາຍທີ່ກ່ຽວຂ້ອງເຖິງການແບ່ງເພດ, ສິດທີ່ຄົນໃນຄອຄົວຂອງຜູ້ປ່ຽນເພດ. ການປະກາດໃຊ້ກົດໝາຍສະບັບໜຶ່ງເພື່ອແນໃສ່ປັບປຸງການແປ່ງເພດແມ່ນ ເພື່ອແນໃສ່ຫັນຂໍ້ກຳນົດໃນມາດຕາທີ 37 ຂອງກົດໝາຍອາຍາເປັນລະອຽດ, ຕ້ອງສະໜອງຄວາມຕ້ອງການໃນຕົວຈິງຂອງກຸ່ມເປົ້າໝາຍໜຶ່ງໃນສັງຄົມ, ເຊິ່ງໄດ້ປະຕິບັດການປ່ຽນເພດຕາມຂໍ້ກຳນົດຂອງກົດໝາຍ ເພື່ອສາມາດດຳລົງຊີວິດຕາມຄວາມຕ້ອງການຂອງຕົນ. ແລະ ກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບົດລາຍງານການຊຳລະງົບປະມານແຫ່ງຊາດ ປີ 2021 ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດໃນການພັດທະນານະຄອນໂຮ່ຈີມິນ.

top