ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ ລັດຖະບານສືບຕໍ່ສຳຫຼວດກວດຄືນກ່ຽວກັບຂອບຂະໜາດການປັບປຸງເພື່ອ ສັງລວມຄົບຖ້ວນເນື້ອໃນຂອງບັນດານະໂຍບາຍໃນຮ່າງມະຕິ, ສຳຫຼວດກວດຄືນບັນດາຂໍ້ກຳນົດກ່ຽວກັບການດຶງດູດນັກລົງທຶນຍຸດທະສາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ
ຕອນຄ່ຳວັນທີ 24 ພະຈິກ, ຢູ່ກອງປະຊຸມຄັ້ງທີ 51, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ ມະຕິເລກທີ 98 ກ່ຽວກັບການທົດລອງກົນໄກ, ນະໂຍບາຍພິເສດໃນການພັດທະນານະຄອນໂຮ່ຈີມິນຈຳນວນໜຶ່ງ; ປະກອບຄຳເຫັນກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາໃຫ້ມະຕິເລກທີ 136 ກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງ ແລະ ທົດລອງກົນໄກ, ນະໂຍບາຍພິເສດຈຳນວນໜຶ່ງ ເພື່ອພັດທະນານະຄອນດ່ານັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ ລັດຖະບານສືບຕໍ່ສຳຫຼວດກວດຄືນກ່ຽວກັບຂອບຂະໜາດການປັບປຸງເພື່ອ ສັງລວມຄົບຖ້ວນເນື້ອໃນຂອງບັນດານະໂຍບາຍໃນຮ່າງມະຕິ, ສຳຫຼວດກວດຄືນບັນດາຂໍ້ກຳນົດກ່ຽວກັບການດຶງດູດນັກລົງທຶນຍຸດທະສາດ. ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ ສະເໜີວ່າ:
ສືບຕໍ່ສຳຫຼວດກວດຄືນເພື່ອສ້າງຮ່າງມະຕິໃຫ້ສົມບູນແບບ, ຮັບປະກັນບັນດາກົນໄກ, ນະໂຍບາຍພິເສດທີ່ຈຳເປັນ, ເຫັນຄວາມເປັນໄປ ຂອງນະຄອນ ໂຮ່ຈີມິນ, ດ່ານັ້ງ ພາຍຫຼັງໂຮມເຂົ້າ, ແກ້ໄຂບັນດາຂໍ້ຈຳກັດ, ຈຸດຄົງຄ້າງເມື່ອປະຕິບັດ ມະຕິ; ຮັບປະກັນວ່າ ພາຍຫຼັງປະກາດໃຊ້ ມະຕິຂອງສອງນະຄອນຈະປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຕາມແຜນນະໂຍບາຍຂອງພັກ, ມະຕິຂອງ ສອງຄະນະພັກນະຄອນ.