ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 53

ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາມະຕິ 2 ສະບັບ, ມະຕິກຳນົດລະບົບສະໜອງ ແລະ ນຳໃຊ້ຊຸດເຄື່ອງແບບ, ເຄື່ອງໝາຍ, ເຄື່ອງໝາຍຍົດຂອງການນຳອົງການໄອຍະການປະຊາຊົນທຸກຂັ້ນ, ໄອຍະກອນ, ນັກກວດກາ, ພະນັກງານສືບສວນ ແລະ ບັດຢັ້ງຢືນໄອຍະກອນ.
ກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: nhandan.vn)

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ. ທ່ານ ເຈິ່ນແທັງເໝິນປະທານສະພາແຫ່ງຊາດ ກ່າວໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັດປ່ຽນກັນບໍລິຫານເນື້ອໃນຂອງກອງປະຊຸມ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາມະຕິ 2 ສະບັບ, ມະຕິກຳນົດລະບົບສະໜອງ ແລະ ນຳໃຊ້ຊຸດເຄື່ອງແບບ, ເຄື່ອງໝາຍ, ເຄື່ອງໝາຍຍົດຂອງການນຳອົງການໄອຍະການປະຊາຊົນທຸກຂັ້ນ, ໄອຍະກອນ, ນັກກວດກາ, ພະນັກງານສືບສວນ ແລະ ບັດຢັ້ງຢືນໄອຍະກອນ; ມະຕິກຳນົດຈຳນວນ, ໂຄງປະກອບອັດຕາບັນດາຊັ້ນໄອຍະກອນຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ.

ແລະກໍ່ໃນຕອນເຊົ້າວັນທີ 12 ມັງກອນ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາບົດລາຍງານວຽກງານຄົ້ວຄວ້າຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຂອງສະພາແຫ່ງຊາດເມື່ອເດືອນທັນວາ 2025.


top