ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາ​ກົນ​ໄກ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໂດຍ​ກົດ​ໝາຍ​ຂອງ​ກົດ​ໝາຍ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໂດຍກົດໝາຍຂອງ ກົດໝາຍ (ມະຕິ).
ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ (ພາບ: VOV)
ຕອນບ່າຍວັນທີ 18 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໂດຍກົດໝາຍຂອງ ກົດໝາຍ (ມະຕິ). ມະຕິເພື່ອແນໃສ່ບູລະນະລະບອບລະບຽບການ, ກົດໝາຍເປີດເສັ້ນທາງໃຫ້ແກ່ການສ້າງສາພັດທະນາ, ລຸລວ່ງທຸກແຫຼ່ງກຳລັງ, ລະດົມປະຊາຊົນ, ວິສາຫະກິດເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ສ້າງທ່ວງທ່າເພື່ອນຳປະເທດຊາດພັດທະນາກະໂດດຂັ້ນ, ກ້າວເຂົ້າສູ່ສັງກາດໃໝ່, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະຍາດເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ວາງອອກ. ຢູ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກເຖິງ 3 ຄວາມຮຽກຮ້ອງຕ້ອງການໃນການສ້າງມະຕິ, ລວມມີ: ເຮັດແຈ້ງຂອບຂະໜາດ ແລະ ເງື່ອນໄຂກຳນົດຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອແກ້ໄຂ, ເພີ່ມທະວີລັກສະນະໂປ່ງໄສ, ເອົາໃຈໃສ່ເຖິງການຂໍຄຳເຫັນຂອງວິສາຫະກິດ, ປະຊາຊົນ ແລະ ບັນດາສະມາຄົມໃນການແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນມະຕິຄົບຊຸດກັບລະບົບກົດໝາຍໃນປັດຈຸບັນ.

top