ຂ່າວສານ

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ທີ່​ດີ​ໃນ​ຊິ​ເກມ 32

ຄະນະນັກກິລາ ຫວຽດນາມ ບັນລຸໄດ້ຫຼຽນຄຳທັງໝົດ 90 ຫຼຽນ ແລະ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບໄລ່ມາຮອດຕອນທ່ຽງມື້ນີ້ (ວັນທີ 14 ພຶດສະພາ).
ນັກກິລາ ເຈິ່ນງອກຖຸຍວີ ແລະ ເລຮວ່າງຟອງ ຄວ້າໄດ້ຫຼຽນຄໍາໃນຊີເກມ 32 (ພາບ: TTXVN)

ໃນວັນທີ 14 ພຶດສະພາ, ໂດຍສືບຕໍ່ບັນດາເນື້ອໃນການແຂ່ງຂັນຢູ່ ຊີເກມ 32, ບັນດານັກກິລາ ຫວຽດນາມ ຍາດໄດ້ ຫຼຽນຄຳຕື່ມອີກ 1໌5 ຫຼຽນ ໃນກິລາປະເພດ aerobic, ຕີດາບ, ຊ່ວງເຮືອ.... ລວມຍ້ອນເຫດນັ້ນ, ເຮັດໃຫ້ຄະນະນັກກິລາ ຫວຽດນາມ ບັນລຸໄດ້ຫຼຽນຄຳທັງໝົດ 102 ຫຼຽນ ແລະ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບໄລ່ມາຮອດຕອນທ່ຽງມື້ນີ້.                                       ໃນຕອນຄ່ຳຂອງວັນທີ 13 ພຶດສະພາ, ໃນການແຂ່ງຂັນບານເຕະຊາຍ,  ທິມ U22 ຫວຽດນາມ ເສຍໄຊຕໍ່ທິມ U22 ອິນໂດເນເຊຍ ດ້ວຍ 2 ປະຕູຕໍ່ 3 ໃນຮອບຮອງຊະນະເລີດ. ໃນຂະນະນັ້ນ, ທິມ U22 ໄທ ຊະນະຕໍ່ທິມ U22 ມຽນມາ ດ້ວຍ 3 ປະຕູຕໍ່ 0. ດ້ວຍໝາກຜົນດັ່ງກ່າວ, ທິມ U22 ໄທ ກັບທິມ U22 ອິນໂດເນເຊຍ ຈະແຂ່ງກັນຍາດຫຼຽນຄຳ ໃນເວລາ 20 ໂມງ ຂອງວັນທີ 16 ພຶດສະພາ. ກໍໃນວັນທີ 16 ພຶດສະພາ, ໃນເວລາ 16 ໂມງ, ທິມ U22 ຫວຽດນາມ ຈະພົບກັບທິມ U22 ມຽນມາ ເພື່ອແຂ່ງຂັນຊິງຫຼຽນທອງ. 

 


top