ຂ່າວສານ

ຄະ​ນະ​ກູ້​ໄພ​ກູ້​ຊີບກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ຢູ່​ຕວັກ​ກີ

ໃນ 10 ວັນທີ່ປະຕິບັດໜ້າທີ່ ພວກຂ້າພະເຈົ້າໄດ້ປະຕິບັດ ແລະ ຊອກຫາຢູ່ສະຖານທີ່ ກ່ວາ 31 ແຫ່ງ ແລະ ກຳນົດໄດ້ 15 ທີ່ຕັ້ງມີຜູ້ປະສົບເຄາະຮ້າຍຖືກທັບຖົມ ຍ້ອນເຫດໄພພິບັດແຜ່ນດິນໄຫວ. ພ້ອມກັນນັ້ນ ພວກເຮົາກໍ່ໄດ້ປະຕິບັດການສົມທົບກັບ ບັນດາປະເທດ ເພື່ອຈັດຕັ້ງການຊອກຫາ, ນຳໃຊ້ໝາວິຊາການ, ອຸປະກອນການກວດຊອກຫາຂອງທະຫານຊ່າງແສງດ້ວຍຮູບ, ຣາດາ.
  ທ່ານພົນຈັດຕາວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບຜູ້ບັນຊາການໃຫຍ່ກຳລັງຂອງກອງທັບປະຊາຊົນ ຫວຽດນາມເຂົ້າຮ່ວມການໜູນຊ່ວຍ ຕວັກກີ (ພາບ: TTXVN)  

ຄະນະປະຕິບັດງານຂອງ ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບ ເຫດແຜ່ນດິນໄຫວຢູ່ຕວັກກີ ໂດຍທ່ານພົນຈັດຕາວາ ຟ້າມວັນຕິ, ຮອງຫົວໜ້າກົມກູ້ໄພກູ້ຊີບ (ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ), ຜູ້ບັນຊາການໃຫຍ່ກຳລັງຂອງກອງທັບປະຊາຊົນ ຫວຽດນາມເຂົ້າຮ່ວມການໜູນຊ່ວຍ ຕວັກກີ, ເປັນຫົວໜ້າຄະນະໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ. ຄາດວ່າ ຕອນບ່າຍ ວັນທີ 23 ກຸມພາ ຈະກັບມາຮອດຫວຽດນາມ. ທ່ານພົນຈັດຕະວາ ຟ້າມວັນຕິ ຢັ້ງຢືນວ່າ:

ໃນ 10 ວັນທີ່ປະຕິບັດໜ້າທີ່ ພວກຂ້າພະເຈົ້າໄດ້ປະຕິບັດ ແລະ ຊອກຫາຢູ່ສະຖານທີ່ ກ່ວາ 31 ແຫ່ງ ແລະ ກຳນົດໄດ້ 15 ທີ່ຕັ້ງມີຜູ້ປະສົບເຄາະຮ້າຍຖືກທັບຖົມ ຍ້ອນເຫດໄພພິບັດແຜ່ນດິນໄຫວ. ພ້ອມກັນນັ້ນ ພວກເຮົາກໍ່ໄດ້ປະຕິບັດການສົມທົບກັບ ບັນດາປະເທດ ເພື່ອຈັດຕັ້ງການຊອກຫາ, ນຳໃຊ້ໝາວິຊາການ, ອຸປະກອນການກວດຊອກຫາຂອງທະຫານຊ່າງແສງດ້ວຍຮູບ, ຣາດາ. ໃນຂັ້ນຕອນປະຕິບັດໜ້າທີ່, ປະຊາຊົນຕວັກກີໄດ້ສະຫງວນນ້ຳໃຈອັນດີງາມໃຫ້ແກ່ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ຫວຽດນາມເຮົາ.

 


top